ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ

(VOVWORLD) -ທີ່ການພົບປະຄັ້ງຕ່າງໆ, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເຫັນດີຊຸກຍູ້ການຮ່ວມມືໃນທຸກຂົງເຂດໃນໄລຍະຈະມາເຖິງ; ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ແລະ ສົມທົບກັບ ຫວຽດນາມ ຢູ່ ເວທີປາໄສຫຼາຍຝ່າຍຕ່າງໆ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riad Al-Malki (ພາບ:dangcongsan.vn) 

ໂດຍສືບຕໍ່ບັນດາການເຄື່ອນໄຫວເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 52 ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດສະວິດ, ໃນວັນທີ 27 – 28 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ມີການພົບປະຕ່າງຫາກກັບທ່ານລັດຖະມົນຕີການຕ່າງປະເທດ ກູບາ, ອິນໂດເນເຊຍ, ຝລັ່ງ, ປາແລັດສະຕິນ, ມານດີວ, ປະທານສະມັດຊາໃຫຍ່ ສປຊ, ຜູ້ອຳນວຍການໃຫຍ່ອົງການການຄ້າສາກົນ (WTO), ເລຂາທິການໃຫຍ່ອົງການອຸຕຸນິຍົມ ໂລກ (WMO), ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO), ຜູ້ອຳນວຍການໃຫຍ່ຫ້ອງວ່າການ ສປຊ ຢູ່ ເຊີແນວ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Eduardo Rodriguez Parrilla (ພາບ:dangcongsan.vn) 

ທີ່ການພົບປະຄັ້ງຕ່າງໆ, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເຫັນດີຊຸກຍູ້ການຮ່ວມມືໃນທຸກຂົງເຂດໃນໄລຍະຈະມາເຖິງ; ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ແລະ ສົມທົບກັບ ຫວຽດນາມ ຢູ່ ເວທີປາໄສຫຼາຍຝ່າຍຕ່າງໆ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ - ảnh 3ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານນາງ Catherine Colonna ລັດຖະມົນຕີການຕ່າງປະເທດ ຝລັ່ງ (ພາບ:dangcongsan.vn) 
ໃນການພົບປະກັບ ທ່ານນາງ Catherine Colonna ລັດຖະມົນຕີການຕ່າງປະເທດ ຝລັ່ງ, ສອງຝ່າຍໄດ້ເຫັນດີຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ.

ທີ່ການພົບປະກັບທ່ານນາງ Okonjo Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍບັນດາຄຳໝັ້ນສັນຍາແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ເຊິ່ງກ່ຽວຂ້ອງເຖິງລະບອບ “ປະພຶດພິເສດ ແລະ ຕ່າງຫາກ” ສຳລັບປະເທດທີ່ພວມພັດທະນາ. ທ່ານນາງ Okonjo Iweala ກໍສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ໃນປີ 2023.

 

ຕອບກັບ

ຂ່າວ/ບົດ​ອື່ນ