ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ພົບປະກັບລັດຖະມົນຕີການຕ່າງປະເທດຈີນ ຫວາງອີ

(VOVWORLD) - ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການ; ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...
 
ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ພົບປະກັບລັດຖະມົນຕີການຕ່າງປະເທດຈີນ ຫວາງອີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ

ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ວັນທີ 8 ເມສາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ, ປະທານຄະນະກຳມາທິການ ຫວຽດນາມ ໃນຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ, ພົບປະກັບທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ປະທານຄະນະກຳມາທິການຈີນ ໃນຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.

        ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພົວພັນສອງຝ່າຍ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບຊຸກຍູ້ ແລະ ຜັນຂະຫຍາຍປະສິດທິຜົນ “ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມ ແບ່ງປັນອະນາຄົດ ຫວຽດນາມ- ຈີນ ມີຄວາມໝາຍຍຸດທະສາດເລິກເຊິ່ງກ່ວາ” ຕາມການກຳນົດທິດທີ່ການນຳຂັ້ນສູງສອງພັກ, ສອງລັດເປັນເອກະພາບກັນ.

        ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການ; ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມທາງລົດໄຟ, ທາງບົກ….

ຕອບກັບ

ຂ່າວ/ບົດ​ອື່ນ