ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບຜູ້ອຳນວຍການບໍລິສັດ Astra Zeneca

(VOVWORLD) - ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບອົກຂອບໃຈບໍລິສັດ Astra Zeneca ທີ່ໄດ້ມີການໜູນຊ່ວຍອັນລ້ຳຄ່າ, ທັນການໃຫ້ ຫວຽດນາມ ໃນການປ້ອງກັນ, ຕ້ານໂຄວິດ -19, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບຜູ້ອຳນວຍການບໍລິສັດ Astra Zeneca - ảnh 1ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບຜູ້ອຳນວຍການບໍລິສັດ Astra Zeneca
(ພາບ:TTXVN)

ຕອນເຊົ້າວັນທີ 14 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Nitin Kapoor, ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ Astra Zeneca.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບອົກຂອບໃຈບໍລິສັດ Astra Zeneca ທີ່ໄດ້ມີການໜູນຊ່ວຍອັນລ້ຳຄ່າ, ທັນການໃຫ້ ຫວຽດນາມ ໃນການປ້ອງກັນ, ຕ້ານໂຄວິດ -19, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ. ສະໜັບສະໜູນບັນດາຄຳໝັ້ນສັນຍາຂອງ Astra Zeneca ກ່ຽວກັບການຫລຸດຜ່ອນການປ່ອຍອາຍພິດ, ມຸ່ງໄປເຖິງການລົບລ້າງກາກບອນໃນທຸກການເຄື່ອນໄຫວຂອງກຸ່ມບໍລິສັດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາປະເທດພວມພັດທະນາຄື ຫວຽດນາມ ຕ້ອງໄດ້ຮັບການໜູນຊ່ວຍ, ສຳພັດກັບບັນດາມາດຕະການອື່ນໆເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

        ສ່ວນທ່ານ Nitin Kapoor, ໃຫ້ຮູ້ວ່າ:  ບໍລິສັດ Astra Zeneca ພວມຕັ້ງໜ້າເຮັດວຽກກັບບັນດາອົງການ,ຄູ່ຮ່ວມມືຂອງ ຫວຽດນາມ ເພື່ອຜັນຂະຫຍາຍໂຄງການປູກປ່າ ແລະ ຟື້ນຟູສິ່ງແວດລ້ອມດ້ວຍມູນຄ່າ 50 ລ້ານໂດລາສະຫະລັດ, ເພື່ອປູກຕົ້ນໄມ້ 22,5 ລ້ານຕົ້ນໃນເນື້ອທີ່ດິນ 30.500 ເຮັກຕາ, ສ້າງເງື່ອນໄຂພັດທະນາຊີວະນາໆພັນ ແລະ ເພີ່ມເຕີມແຫຼ່ງຄອງຊີບແບບຍືນຍົງໃຫ້ກ່ວາ 17.000 ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ