ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ບ້າ​ເຣ້ຍ - ຫວູງ​ເຕົ່າ ຕ້ອງ​ນຳ​ໜ້າ​ທ່າ​ອ່ຽງ​ຫັນ​ເປັນ​ສີ​ຂຽວ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າໄດ້ຕັກເຕືອນແຂວງບ່າເຣ້ຍ - ຫວູງເຕົ່າຕ້ອງກາຍເປັນທ້ອງຖິ່ນນຳໜ້າ ທ່າອ່ຽງຫັນເປັນສີຂຽວ ຂອງທົ່ວປະເທດ, ດ້ວຍບັນດາຄວາມສາມາດບົ່ມຊ້ອນກ່ຽວກັບໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ແລະ ໄຟຟ້າຈາກອາຍແກັດ.
ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ບ້າ​ເຣ້ຍ - ຫວູງ​ເຕົ່າ ຕ້ອງ​ນຳ​ໜ້າ​ທ່າ​ອ່ຽງ​ຫັນ​ເປັນ​ສີ​ຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VTC)

ວັນທີ 30 ມີນາ, ຢູ່ The Grand ໂຮ່ຈ່າມ ຢູ່ຕາແສງ ເຟືອກທ້ວນ, ເມືອງ ມວຽນໂມກ, ແຂວງ ບ່າເຣ້ຍ - ຫວູງເຕົ່າ, ຄະນະກຳມະການປະຊາຊົນແຂວງ ໄດ້ຈັດກອງປະຊຸມຜັນຂະຫຍາຍການວາງແຜນຜັງແຂວງ ບ່າເຣ້ຍ - ຫວູງເຕົ່າ ແລະ ສົ່ງເສີມການລົງທຶນໂດຍກົງຢູ່ຕາມ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດ, ແນະນຳກ່ຽວກັບທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນໃນການພັດທະນາ ກໍ່ຄືການກຳນົດທິດ ດຶງດູດການລົງທຶນ ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ແລະ ຜູ້ແທນຫຼາຍກ່ວາ 500 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າໄດ້ຕັກເຕືອນແຂວງບ່າເຣ້ຍ - ຫວູງເຄົ່າຕ້ອງກາຍເປັນທ້ອງຖິ່ນນຳໜ້າ ທ່າອ່ຽງຫັນເປັນສີຂຽວ ຂອງທົ່ວປະເທດ, ດ້ວຍບັນດາຄວາມສາມາດບົ່ມຊ້ອນກ່ຽວກັບໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ແລະ ໄຟຟ້າຈາກອາຍແກັດ. ທາງແຂວງຕ້ອງມີຂັ້ນຕອນຫັນເປັນສີຂຽວບັນດາຂະແໜງເສດຖະກິດ, ພັດທະນາຮູບແບບເສດຖະກິດໝູນວຽນ ບົນພື້ນຖານວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ສ້າງການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ