ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ຮົ່ງ​ຮ່າ: ພັດ​ທະ​ນາ​ຕະຫຼາດ credit carbon ​ຢ່າງ​ຄົບ​ຊຸດ ແລະ ຮອບ​ດ້ານ

(VOVWORLD) - ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຮັບຟັງການລາຍງານ ກ່ຽວກັບແຜນຮ່າງການສ້າງຕັ້ງຕະຫຼາດ credit carbon ຢູ່ ຫວຽດນາມ.
ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ຮົ່ງ​ຮ່າ: ພັດ​ທະ​ນາ​ຕະຫຼາດ credit carbon ​ຢ່າງ​ຄົບ​ຊຸດ ແລະ ຮອບ​ດ້ານ - ảnh 1

(ພາບ: VOV)

  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກບັນດາຄຳໝັ້ນສັນຍາ ກ່ຽວກັບການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຊີ້ແຈ້ງວ່າ, ການສ້າງຕັ້ງຕະຫຼາດ credit carbon ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຫັນໄປເປັນຮູບແບບພັດທະນາເໝາະສົມໃນອະນາຄົດ. ດັ່ງນັ້ນ, ແຜນຮ່າງຕ້ອງອັບເດັດບັນດານະໂຍບາຍ, ຂໍ້ຕົກລົງທົ່ວໂລກ ກໍ່ຄືບັນດາຍຸດທະສາດ, ການວາງແຜນຜັງຂະແໜງການ, ຂົງເຂດທີ່ໄດ້ປະກາດໃຊ້ ດ້ວຍການກຳນົດທິດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານຢ່າງຍຸດຕິທຳ, ການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ…. ການສ້າງຕັ້ງຕະຫຼາດ credit carbon ໄດ້ປະກອບສ່ວນກະກຽມ ບັນດານະໂຍບາຍໃຫ່ຍໃນຂອງເຂດທົ່ວໂລກ ກ່ຽວກັບສການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຈັດແບ່ງໂກຕາການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ແລກປ່ຽນ credit carbon , ສ້າງແຫຼ່ງການເງິນສີຂຽວ ເພື່ອໃຫ້ວິສາຫະກິດປ່ຽນແປງໃໝ່ເຕັກໂນໂລຊີ. ພັດທະນາຕະຫຼາດ credit carbon ຢ່າງຄົບຊຸດ ແລະ ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ