ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ວາງແຜນຜັງການປົກປັກຮັກສາສິ່ງແວດລ້ອມອັບເດດຕາມຮູບແບບເຕີບໂຕເສດຖະກິດສີຂຽວ

(VOVWORLD) - ການວາງແຜນຜັງການປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ ໄດ້ສ້າງຂຶ້ນບົນທັດສະນະ ຖືມະນຸດເປັນໃຈກາງ, ປະກອບສ່ວນປະຕິບັດ ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030.
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ວາງແຜນຜັງການປົກປັກຮັກສາສິ່ງແວດລ້ອມອັບເດດຕາມຮູບແບບເຕີບໂຕເສດຖະກິດສີຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ:VOV)

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມກວດກາຄືນແຜນຜັງການປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ ໄລຍະ 2021 2030, ວິໄສທັດຮອດປີ 2050.

        ການວາງແຜນຜັງການປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ ໄດ້ສ້າງຂຶ້ນບົນທັດສະນະ ຖືມະນຸດເປັນໃຈກາງ, ປະກອບສ່ວນປະຕິບັດ ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ສິ່ງແວດລ້ອມແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພັດທະນາແບບຍືນຍົງຂອງປະເທດຊາດ. ການວາງແຜນຜັງຄວນອັບເດດຕາມຮູບແບບການເຕີບໂຕເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຮັບປະກັນຄວາມສົມດຸນລະຫວ່າງການເຕີບໂຕເສດຖະກິດ, ການຮັບປະກັນຊີວິດສັງຄົມກັບການປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນຮັບປະກັນລັກສະນະເປັນລະບົບລະຫວ່າງສິ່ງແວດລ້ອມ ແລະ ບັນດາຂົງເຂດເສດຖະກິດ - ສັງຄົມ ໃນລັກສະນະສັງລວມ, ກວມລວມຂອງສະພາບແວດລ້ອມການດຳລົງຊີວິດ, ພັດທະນາ. ທ່ານ ກ່າວວ່າ:       “ການວາງແຜນຜັງນີ້ຄວນມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ກັບມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020. ກະຊວງຊັບພະຍາກອນທຳມະຊາດຕ້ອງຮັບປະກັນວ່າບັນດານະໂຍບາຍຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ໄດ້ຜັນຂະຫຍາຍຕົວຈິງໂດຍຜ່ານການວາງແຜນຜັງ. ຍ້ອນການວາງແຜນຜັງບໍ່ພຽງແຕ່ໃນຂັ້ນຕອນປະຕິບັດ, ເປົ້າໝາຍບຸລິມະສິດເທົ່ານັ້ນ ຫາກຍັງຕ້ອງມີທັງນະໂຍບາຍ, ມາດຕະການເພື່ອປະຕິບັດອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ