ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ຫວຽດນາມ ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການຫັນປ່ຽນພະລັງງານ

(VOVWORLD) - ຫວຽດນາມ ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການຫັນປ່ຽນພະລັງງານໄຟຟ້າຄວາມຮ້ອນຈາກຖ່ານຫີນ.
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ຫວຽດນາມ ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການຫັນປ່ຽນພະລັງງານ - ảnh 1 ທ່ານ Keijio Novaron, ເອກອັກຄະລັດຖະທູດ ແຟງລັງ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ
(ພາບ:VGP/MK)

ກ່າວຄຳເຫັນໃນການຕ້ອນຮັບທ່ານ Keijio Novaron, ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ ແລະ ທ່ານ Hakan Agnevall, ປະທານກຸ່ມບໍລິສັດ Wartsila (ປະເທດ ແຟງລັງ) , ຕອນເຊົ້າວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ຫວຽດນາມ ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການຫັນປ່ຽນພະລັງງານໄຟຟ້າຄວາມຮ້ອນຈາກຖ່ານຫີນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກໍ່ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືຂອງ ສະຫະພາບເອີລົບ (EU), ບັນດາປະເທດ G7 ໃນການປະຕິບັດຄຳໝັ້ນສັນຍາຫລຸດຜ່ອນອາຍພິດເຮືອນແກ້ວລົງລະດັບ 0 (Net Zero), ຂໍ້ຕົກລົງຫັນປ່ຽນພະລັງງານຍຸຕິທຳ (JETP), ຫວຽດນາມ ຕ້ອງການການໜູນຊ່ວຍດ້ານເຕັກໂນໂລຊີ, ແຫຼ່ງກຳລັງ, ການບໍລິຫານ.

        ທ່ານ Hakan Agnevall, ປະທານກຸ່ມບໍລິສັດ Wartsila ໃຫ້ຮູ້ວ່າ: ປະຈຸບັນ, ກຸ່ມບໍລິສັດພວມພ້ອມກັບບັນດາຄູ່ຮ່ວມມື ຫວຽດນາມ ຄົ້ນຄ້ວາ ຜັນຂະຫຍາຍໂຄງການໄຟຟ້າມີໄຫວພິບແຫ່ງທຳອິດຢູ່ ຫວຽດນາມ, ນຳໃຊ້ ອາຍແກັດທຳມະຊາດ LNG ແລະ ໃນອະນາຄົດຫັນປ່ຽນເປັນ Hydro, ໜູນຊ່ວຍການສົມທົບລະຫວ່າງພະລັງງານທົດແທນ ເຂົ້າລະບົບໄຟຟ້າ…

ຕອບກັບ

ຂ່າວ/ບົດ​ອື່ນ