ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕ້ອນຮັບປະທານສານປະຊາຊົນສູງສຸດ ລາວ

(VOVWORLD) -ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງລະບົບສານ 2 ປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕ້ອນຮັບປະທານສານປະຊາຊົນສູງສຸດ ລາວ - ảnh 1 ທີ່ການຕ້ອນຮັບ

ຕອນບ່າຍວັນທີ 05 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ໃຫ້ການຕ້ອນຮັບທ່ານປະທານສານປະຊາຊົນສູງສຸດ ລາວ ຄຳພັນ ສິດທິດຳພາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢືນຢັນວ່າ: ການຊ່ວຍເຫຼືອຂອງຂະແໜງສານ ຫວຽດນາມ ທີ່ສະຫງວນໃຫ້ສານ ລາວ ແມ່ນພະຍານຫຼັກຖານຢັ້ງຢືນຢ່າງຈະແຈ້ງ, ປະກອບສ່ວນສະແດງໃຫ້ເຫັນອາລົມຈິດມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ.

        ເນັ້ນໜັກເຖິງບົດບາດສຳຄັນຂອງລະບົບສານໃນການສ້າງລັດແຫ່ງອຳນາດນິຕິບັນຍັດ, ຮັບປະກັນຍຸຕິທຳ, ສິດທິມະນຸດຢູ່ແຕ່ລະປະເທດ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງລະບົບສານ 2 ປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

        ສ່ວນທ່ານປະທານສານປະຊາຊົນສູງສຸດລາວ ຄຳພັນ ສິດທິດຳພາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງສານ 2 ປະເທດ ໄດ້ມີການຮ່ວມມືຫລາຍຢ່າງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ຈາກຂັ້ນສູນກາງລົງຮອດທ້ອງຖ່ິນ; ຈັດຕັ້ງບັນດາການເຄື່ອນໄຫວແທດຈິງຫລາຍຢ່າງ ໃນການ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ