ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈືອງ​ຮ່​ວາ​ບີ່ງ ​ລົງ​ກວດກ​າ​ວຽກ​ງານ​ກະ​ກຽ​ມຈັດ​ຕັ້ງ​ວັນບຸນວິ​ສາ​ຂະ​ບູ​ຊາ Vesak ສະ​ຫະ​ປະ​ຊາ​ຊາດ

(VOVWORLD) - ການຈັດຕັ້ງເຫດການນີ້ຕ້ອງຮັບປະກັນໃຫ້ມີຄວາມສົມກຽດ, ລອບຄອບຖີ່ຖ້ວນ, ເຄັ່ງຂຶມ, ປະຕິບັດຖືກຕາມພິທີກຳ, ມີຄວາມແທດຈິງ, ປະສິດທິຜົນ, ມີຄວາມສະຫງົບ ແລະ ປອດໄພ.
ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈືອງ​ຮ່​ວາ​ບີ່ງ ​ລົງ​ກວດກ​າ​ວຽກ​ງານ​ກະ​ກຽ​ມຈັດ​ຕັ້ງ​ວັນບຸນວິ​ສາ​ຂະ​ບູ​ຊາ Vesak ສະ​ຫະ​ປະ​ຊາ​ຊາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP/ເລເຊີນ)

ວັນທີ 2 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງໄດ້ລົງກວດກາວຽກງານກະກຽມການຈັດຕັ້ງວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ຢູ່ ວັດ ຕາມຈຸກ, ເມືອງ ກິມບ່າງ, ແຂວງຮ່ານາມ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ສະເໜີວ່າການຈັດຕັ້ງເຫດການນີ້ຕ້ອງຮັບປະກັນໃຫ້ມີຄວາມສົມກຽດ, ລອບຄອບຖີ່ຖ້ວນ, ເຄັ່ງຂຶມ, ປະຕິບັດຖືກຕາມພິທີກຳ, ມີຄວາມແທດຈິງ, ປະສິດທິຜົນ, ມີຄວາມສະຫງົບ ແລະ ປອດໄພ. ນັບແຕ່ປັດຈຸບັນຈົນເຖິງວັນດຳເນີນ ວັນບຸນ Vesak, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຸມໃສ່ຜັນຂະຫຍາຍ, ປະຕິບັດບັນດາໜ້າທີ່ວຽກງານທີ່ໄດ້ມອບໝາຍຕາມພາລະບົດບາດ, ໜ້າທີ່ ຂອງຕົນໃຫ້ສຳເລັດຜົນ. ຄຽງຄູ່ກັນນັ້ນ, ແຂວງຮ່ານາມ ຕ້ອງເພີ່ມທະວີການຊີ້ນຳ, ຕິດຕາມກວດກາ, ຮັບປະກັນການປະຕິບັດບັນດາພື້ນຖານວັດຖຸເພື່ອຮັບໃຊ້ໃຫ້ແກ່ວັນບຸນ Vesak ທີ່ມີຄຸນນະພາບ ແລະ ຖືກຕາມ ກຳນົດເວລາ.

ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າມາເຖິງປັດຈຸບັນ, ວຽກງານກະກຽມຈັດຕັ້ງວັນບຸນວິສາຂະບູຊາ Vesak 2019 ໄດ້ສຳເລັດແລ້ວ. ຄາດວ່າຈະມີ ຄະນະຜູ້ແທນສາກົນ 500 ຄະນະທີ່ມາຈາກ 112 ປະເທດ ແລະ ເຂດແຄວນໂດຍມີຜູ້ແທນສາກົນ 1.650 ອົງພ້ອມກັບພຸດທະສາສະນິກກະຊົນ ແລະ ປະຊາຊົນ ພາຍໃນປະເທດ 15.000 – 20.000 ຄົນເຂົ້າຮ່ວມວັນບຸນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ