ຮອງນາຍົກລັດຖະມົນຕີ ເຈື່ອງຮ່ວາບີງ ລົງອວຍພອນບັນດາແພດໝໍຂອງ ໂຮງໝໍແຄ້ວ, ຄາງ, ໜ້າສູນກາງຮ່າໂນ້ຍ

(VOVWORLD) -ເນື່ອງໃນໂອກາດວັນແພດໝໍຫວຽດນາມ (27ກຸມພາ), ວັນທີ 23 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ອວຍພອນບັນດາແພດໝໍໃນໂຮງໝໍແຄ້ວ, ຄາງ, ໜ້າສູນກາງຮ່າໂນ້ຍ. 
ຮອງນາຍົກລັດຖະມົນຕີ ເຈື່ອງຮ່ວາບີງ ລົງອວຍພອນບັນດາແພດໝໍຂອງ ໂຮງໝໍແຄ້ວ, ຄາງ, ໜ້າສູນກາງຮ່າໂນ້ຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈື່ອງຮ່ວາບີງ ພ້ອມກັບບັນດາແພດໝໍ

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈື່ອງຮ່ວາບີງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 2, ຊັ້ນ 3 ໃຫ້ແກ່ຜູ້ອຳນວຍການ ໂຮງໝໍແຄ້ວ, ຄາງ, ໜ້າສູນກາງຮ່າໂນ້ຍ ຈິ້ງດີງຫາຍ ແລະ ອະດີດຮອງ ຜູ້ອຳນວຍການ ວູ້ດີງມິນ; ມອບນາມມະຍົດທ່ານໝໍດີເດັ່ນ ໃຫ້ແກ່ທ່ານໝໍ 9 ຄົນ, ມອບໃບຍ້ອງຍໍຂອງລັດຖະບານໃຫ້ແກ່ ທ່ານໝໍອີກ 2 ຄົນ ຂອງໂຮງໝໍດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ