​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງຮ​ວ່າ​ບິ່ງ ອວຍ​ພອນ​ປີ​ໃໝ່ພໍ່​ແມ່​ພີ​ນ້ອງຊາວພຸດຂະ​ແມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 .

          ຕອນເຊົ້າວັນທີ 7 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ໄດ້ໄປຢ້ຽມຢາມ ວັດ Chantarangsay ແລະ ອວຍພອນປີໃໝ່ພະສົງສຳມະເນນ, ພຸດທະສາສາສະນິກກະຊົນ ຊາວເຜົ່າຂະແມ ຢູ່ເມືອງ 3, ນະຄອນ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂະແມ ໃຫ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼຸຸ 2021 ຢ່າງເບີກບານມ່ວນຊື່ນ ແລະ ດ້ວຍຄວາມສຸກສຳລານ, ພ້ອມທັງລະດົມ ສະມາຄົມພຸດທະສາສະໜາ ນິກາຍຫິນະຍານ ແລະ ພໍ່ແມ່ຊາວເຜົ່າຂະແມ ສືບຕໍ່ຮ່ວມເດີນທາງພ້ອມກັບ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ຮັກສາມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ  ແລະ ສາມັກຄີໃນສາສະໜາ. ກໍໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ມອບຂອງຂວັນປີໃໝ່ເກືອບ 100 ພູດ ໃຫ້ພະສົງສຳມະນາ, ພຸດທະສາສະນິກກະຊົນຂອງ ວັດ Chantarangsay, ນັກສຶກສາຊາວເຜົ່າຂະແມ ແລະ ທັງນັກສຶກສາ ລາວ, ກຳປູເຈຍ  ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ