ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ​ອວຍ​ພອນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ

(VOVWORLD) -ພະມະຫາອາຈານ ທິກແທັງຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຢັ້ງຢືນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມສືບຕໍ່ຊີ້ນຳພະສົງສຳມະເນນ ແລະ ພຸດທະສາສະນິກກະຊົນປະຕິບັດຕາມບັນດາຄຳສັ່ງຂອງພັກ ແລະ ລັດ, ປະກອບສ່ວນຊຸກຍູ້ເສດຖະກິດ, ການເຕີບໂຕ ແລະ ຮັບປະກັນການຊ່ວຍໜູນສັງຄົມ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ​ອວຍ​ພອນ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ  - ảnh 1 ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP)

ອວຍພອນສູນກາງສະມາຄົມພຸດທະສາສະໜາຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນທັງໝົດ ໃນການຕ້ອນຮັບວັນບຸນວິສາຂະບູຊາ, ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ຢັ້ງຢືນວ່າ ວັນບຸນວິສາຂະບູຊາບໍ່ພຽງແຕ່ແມ່ນເຫດການສາສະໜາສຳຄັນໃນຊີວິດດ້ານຈິດໃຈ ແລະ ການເຫຼື້ອມໃສ ຂອງປະຊາຊົນເຊື່ອຖືສາສະໜາພຸດຢູ່ ຫວຽດນາມເທົ່ານັ້ນ ຫາກຍັງແມ່ນວັນບຸນວັດທະນະທຳສາສະໜາຂອງໂລກທີ່ໄດ້ຮັບຮອງຈາກສະມັດຊາໃຫຍ່ສປຊ ແຕ່ປີ 1999, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສ້າງສັນຕິພາບ ແລະ ຄວາມຜາສຸກຂອງມວນມະນຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ