ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ເຂົ້າຮ່ວມພິທີເປີດນຳໃຊ້ຂົວເປຫຼວນ 2 ຫວຽດນາມ-ຈີນ

(VOVWORLD) -ຕອນເຊົ້າວັນທີ 13 ກັນຍາ, ຢູ່ນະຄອນມ໋ອງກາຍ, ແຂວງກວາງນິງ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິນ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ຂົວເປຫຼວນ 2 ຫວຽດນາມ-ຈີນ
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ເຂົ້າຮ່ວມພິທີເປີດນຳໃຊ້ຂົວເປຫຼວນ 2 ຫວຽດນາມ-ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິນ ກ່າວຄຳເຫັນທີ່ພິທີ

ໂຄງການດັ່ງກ່າວໄດ້ຮັບການອະນຸມັດຜ່ານແມ່ນຈຸດປະສົງຫຼຸດຜ່ອນຈຳນວນຍານພາຫະນະໄປມາຜ່ານຂົວເປຫຼວນ 1 , ສ້າງລະບົບຄົມມະນາຄົມກັບຕ່າງປະເທດໃຫ້ສົມບູນແບບ ພ້ອມທັງສ້າງກຳລັງໜູນເພື່ອພັດທະນານະຄອນມ໋ອງກາຍ. ການກໍ່ສ້າງຂົວດັ່ງກ່າວ ແມ່ນມີຄວາມໝາຍສຳຄັນໃນໃນການພັດທະນາການຄ້າລະຫວ່າງ 2 ປະເທດຫວຽດນາມ-ຈີນ ແລະ ສອດຄ່ອງກັບຂໍ້ລິເລີ່ມຮ່ວມຂອງ 2 ປະເທດກ່ຽວກັບການຮ່ວມມືໃນຂອບເຂດ 2 ແລວ, 1 ຂອບອ້ອມເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ