ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ: ວຽກງານບໍລິຫານລາຄາຕ້ອງກະຈ່າງແຈ້ງ, ໂປ່ງໃສ ຖືກຕ້ອງຕາມການກຳນົດຂອງກົດໝາຍ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກປັດໄຈຕົ້ນຕໍທີ່ເຮັດໃຫ້ວຽກງານບໍລິຫານ ຊີ້ນຳໃນໄລຍະຜ່ານມາມີປະສິດທິຜົນ ແມ່ນກະຈ່າງແຈ້ງ, ໂປ່ງໃສ, ສົມທົບກັນຢ່າງກົມກຽວໃນນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ ພ້ອມກັບການເຂົ້າຮ່ວມຕັ້ງໜ້າຂອງບັນດາກະຊວງ...
ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ: ວຽກງານບໍລິຫານລາຄາຕ້ອງກະຈ່າງແຈ້ງ, ໂປ່ງໃສ ຖືກຕ້ອງຕາມການກຳນົດຂອງກົດໝາຍ - ảnh 1ວາລະປະຊຸມຂອງຄະນະຊີ້ນຳບໍລິຫານລາຄາ

ຕອນບ່າຍວັນທີ 24 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນປະທານວາລະປະຊຸມຂອງຄະນະຊີ້ນຳບໍລິຫານລາຄາເພື່ອແນໃສ່ຕີລາຄາວຽກງານບໍລິຫານໃນ 8 ເດືອນຜ່ານມາ ແລະ ກຳນົດທິດວຽກງານບໍລິຫານດ້ານລາຄາໃນຊຸມເດືອນທ້າຍປີ 2022. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກປັດໄຈຕົ້ນຕໍທີ່ເຮັດໃຫ້ວຽກງານບໍລິຫານ ຊີ້ນຳໃນໄລຍະຜ່ານມາມີປະສິດທິຜົນ ແມ່ນກະຈ່າງແຈ້ງ, ໂປ່ງໃສ, ສົມທົບກັນຢ່າງກົມກຽວໃນນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ ພ້ອມກັບການເຂົ້າຮ່ວມຕັ້ງໜ້າຂອງບັນດາກະຊວງ, ຂະແໜງການທ້ອງຖິ່ນ, ປະກອບສ່ວນຮັກສາພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີ ຄວນສືບຕໍ່ຕິດຕາມສະພາບເສດຖະກິດເງິນເຟີ້ໃນໂລກ ເພື່ອມີມາດຕະການຕິດແທດກັບສະພາບການຢູ່ພາຍໃນປະເທດ:

          “ກ່ຽວກັບນະໂຍບາຍປີການເງິນ, ຂ້າພະເຈົ້າສະເໜີໃຫ້ກວດກາຄືນໃໝ່ຕ້ອງຄິດເຖິງເລື່ອງໝົດປີນີ້ຈະໝົດຜົນສັກສິດຈະກະທົບເຖິງປີ 2022 ຄືແນວໃດ, ຄົ້ນຄ້ວາຕົວເລກ ຍັງເຫຼືອຂອງນະໂຍບາຍພາສີອາກອນ ແລະ ລາຍຈ່າຍ ພິເສດ ທີ່ກ່ຽວຂ້ອງເຖິງລາຄານ້ຳມັນກະຊວນ, ກໍລະນີລາຄາເພີ່ມຂຶ້ນສູງຕ້ອງມີມາດຕະການແກ້ໄຂໃຫ້ທັນການ. ສຳລັບນະໂຍບາຍເງິນຕາ, ຂ້າພະເຈົ້າສະເໜີ ໃຫ້ທະນາຄານແຫ່ງລັດຕ້ອງຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການສຳລັບນະໂຍບາຍອັດຕາດອກເບ້ຍ, ນະໂຍບາຍອັດຕາການແລກປ່ຽນເງິນຕາຕ່າງປະເທດ, ນັບທັງສິນເຊື່ອເພື່ອໜູນຊ່ວຍໃຫ້ແກ່ການເຕີບໂຕແຕ່ຕ້ອງຄວບຄຸມໄພເງິນເຟີ້.”

ຕອບກັບ

ຂ່າວ/ບົດ​ອື່ນ