ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ແທັ່ງ​ລອງ ຕອບ​ຊັກ​ຖາມ​ຢູ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -  ຕອນເຊົ້າວັນທີ 22 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຄັ້ງທີ 36 ສືບຕໍ່ຊັກຖາມ ດ້ວຍໝວດຂົງເຂດ: ຕຸລາການ; ວຽກງານພາຍໃນ; ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ…
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ແທັ່ງ​ລອງ ຕອບ​ຊັກ​ຖາມ​ຢູ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ  ຕອບຄຳຊັກຖາມ (ພາບ: quochoi.vn)

ກ່າວຄຳເຫັນຊີ້ແຈ້ງບາງບັນຫາທີ່ກ່ຽວຂ້ອງ ຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ, ໃນນັ້ນ ມີການແກ້ໄຂການລະເມີດ IUU (ການເຄື່ອນໄຫວຈັບຫາປ່າ ແບບບໍ່ລາຍງານ) ແນໃສ່ຍົກເລີກບັດເຫຼືອຂອງຄະນະກຳມະການເອີຣົບ (EC), ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ຢັ້ງຢືນວ່າ ລັດຖະບານ ກຳນົດວ່າ ນີ້ແມ່ນວຽກງານສຳຄັນແຖວໜ້າ:

“ມາຮອດປັດຈຸບັນ, ວຽກງານຄຸ້ມຄອງ, ຕິດຕາມ, ສຳຫຼວດກວດກາການເຄື່ອນໄຫວຂອງກ່ຳປັ່ນຫາປ່າ ໄດ້ມີຄວາມຄືບໜ້າ ດ້ວຍຈຳນວນກ່ຳປັ່ນຫາປ່າ ທີ່ຕິດຕັ້ງອຸປະກອນຕິດຕາມກວດກາວິວັດການເຄື່ອນໄຫວເກືອບ 100%. ຝ່າຍ EC ສືບຕໍ່ຕີລາຄາສູງຄຳໝັ້ນສັນຍາ, ຄວາມຕັດສິນໃຈດ້ານການເມືອງ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຜັນຂະຫຍາຍການຕ້ານການຂຸດຄົ້ນ ແບບ IUU. ໄລຍະຈະມາເຖິງ, ລັດຖະບານ, ນາຍົກລັດຖະມົນຕີ ຈະສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ແລກປ່ຽນ, ຂົນຂວາຍບັນດາສະມາຊິກ EC ສະໜັບສະໜູນການຍົກເລີກບັດເຫຼືອງໃຫ້ແກ່ ຫວຽດນາມ ໂດຍໄວ”.

ກ່ຽວກັບຂົງເຂດວັດທະນະທຳ, ກິລາ, ທ່ອງທ່ຽວ, ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານຈະເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕ ແລະ ຄວາມເປັນມືອາຊີບໃນຂະແໜງທ່ອງທ່ຽວ; ເພີ່ມທະວີການຮ່ວມສຳພັນເຂດ, ຮ່ວມສຳພັນລະຫວ່າງການທ່ອງທ່ຽວກັບບັນດາຂະແໜງການອື່ນໆ ໃນລະບົບມູນຄ່າພັດທະນາການທ່ອງທ່ຽວ, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ ມາທ່ຽວ ຫວຽດນາມ ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ