ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານ SMBC ແລະ ຜູ້ອຳນວຍການ Prudential

(VOVWORLD) - SMBC ດ້ວຍບົດບາດເປັນຜູ້ຖືຫຸ້ນຍຸດທະສາດຕ່າງປະເທດຈະສວມບົດບາດຕັ້ງໜ້າຫຼາຍກ່ວາອີກໃນວິວັດການສ້າງໂຄງປະກອບທະນາຄານ Eximbank ...

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານ SMBC ແລະ ຜູ້ອຳນວຍການ Prudential - ảnh 1

ການຕ້ອນຮັບທ່ານ Julian Adams, ຜູ້ອຳນວຍການການພົວພັນລັດຖະບານ ແລະ ຮັບຜິດຊອບດ້ານກົດໝາຍຂອງບໍລິສັດ ປະກັນໄພ Prudential

(ພາບ: tapchicongsan.org.vn)

ຕອນບ່າຍວັນທີ 6 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບ ຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງ, ປະທານອາຊີຂອງທະນາຄານ Sumimoto Mitsui (SMBC) ຂອງ ຍີ່ປຸ່ນ ແລະ ຜູ້ອຳນວຍການການພົວພັນລັດຖະບານ ແລະ ລະບອບກົດໝາຍຂອງບໍລິສັດ ປະກັນໄພ Prudential.

        ທີ່ການຕ້ອນຮັບທ່ານ Julian Adams, ຜູ້ອຳນວຍການການພົວພັນລັດຖະບານ ແລະ ຮັບຜິດຊອບດ້ານກົດໝາຍຂອງບໍລິສັດ ປະກັນໄພ Prudential ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຈະຮັບປະກັນຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ພັດທະນາວິສາຫະກິດ, ຜັນຂະຫຍາຍບັນດານະໂຍບາຍດຶງດູດການລົງທຶນທີ່ສະດວກ, ເໝາະສົມກັບບັນດາມາດຖານສາກົນເພື່ອຮັບປະກັນໃຫ້ບັນດາວິສາຫະກິດ, ໃນນັ້ນມີບັນດາວິສາຫະກິດ ອັງກິດ ມາລົງທຶນ, ດຳເນີນທຸລະກິດ ຍາວນານ ຢູ່ ຫວຽດນາມ.

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານ SMBC ແລະ ຜູ້ອຳນວຍການ Prudential - ảnh 2ທ່ານ Shosuke Mori  ແລະ ທ່ານເວືອງດິ່ງເຫ້ວ

(ພາບ: tapchicongsan.org.vn)

        ສ່ວນໃນການຕ້ອນຮັບທ່ານ Shosuke Mori, ຜູ້ອຳນວຍການບໍລິຫານຂັ້ນສູງ, ປະທານອາຊີຂອງທະນາຄານ Sumimoto Mitsui (SMBC) ຂອງ ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຫວັງວ່າ: SMBC ດ້ວຍບົດບາດເປັນຜູ້ຖືຫຸ້ນຍຸດທະສາດຕ່າງປະເທດຈະສວມບົດບາດຕັ້ງໜ້າຫຼາຍກ່ວາອີກໃນວິວັດການສ້າງໂຄງປະກອບທະນາຄານ Eximbank ຄືນໃໝ່ໃຫ້ບັນລຸໄດ້ໝາກຜົນອັນດີງາມກ່ວາອີກ. ນອກຈາກນັ້ນ, SMBC ກໍ່ເຄື່ອນໄຫວຕັ້ງໜ້າກ່ວາອີກໃນການສ້າງໂຄງປະກອບລະບົບທະນາຄານຂອງ ຫວຽດນາມ ຄືນໃໝ່. ທ່ານ Shosuke Mori ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື, ການລົງທຶນຍາວນານຢູ່ ຫວຽດນາມ. ທ່ານ Shosuke Mori ກໍ່ໃຫ້ຮູ້ວ່າ: SMBC ຈະສືບຕໍ່ເຂົ້າຮ່ວມສ້າງໂຄງປະກອບລະບົບທະນາຄານ ຫວຽດນາມ ຄືນໃໝ່, ໃນນັ້ນ, ມີການປັບປຸງ, ພັດທະນາການເຄື່ອນໄຫວຂອງ Eximbank ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ