ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢ້ຽມຢາມ ມຽນມາ ແລະ ສ.ເກົາຫຼີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານສະຫະພາບ ມຽນມາ ແລະ ສາທາລະນະລັດ ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາປະເທດນີ້ໃນລະຫວ່າງວັນທີ 16 – 23 ມິຖຸນາ.

ຈຸດປະສົງຂອງການໄປປະຕິບັດງານແມ່ນສືບຕໍ່ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈກັບ ມຽນມາ, ສ.ເກົາຫຼີ ແລະ ເຮັດໃຫ້ການຮ່ວມມື 2 ຝ່າຍເລິກເຊິ່ງກ່ວາ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ທະນາຄານ.

        ການຢ້ຽມຢາມ ມຽນມາ ໃນຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ຈະຊຸກຍູ້ເລື່ອງຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໃນໄລຍະ 2019 – 2024 ໂດຍໄວ.

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ, 2 ຝ່າຍຈະດຳເນີນການຈັດຕັ້ງກອງປະຊຸມຄັ້ງທີ 1 ການເຈລະຈາເສດຖະກິດຂັ້ນຮອງນາຍົກລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ, ຕາມການຄາດຄະເນ 2 ຝ່າຍຈະພ້ອມກັນແລກປ່ຽນໃນບັນດາຂົງເຂດໃຫຍ່ຄື: ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ການເງິນທະນາຄານ ແລະ ຮ່ວມມືພັດທະນາ, ພະລັງງານ, ສາທາລະນະສຸກ ແລະ ແຮງງານ…

ຕອບກັບ

ຂ່າວ/ບົດ​ອື່ນ