ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສການເຊື່ອມໂຍງເສດຖະກິດສາກົນ ຫວຽດນາມ ປີ 2018

(VOVWORLD) - ໃນຮອບເວລາ 1 ປີມານີ້, ເສດຖະກິດທົ່ວໂລກມີສັນຍານປ່ຽນແປງຕາມທິດສັບສົນ ແລະ ຍາດທີ່ຄາດຄະເນລ່ວງໜ້າໄດ້. ບັນດາການຜັນແປນີ້ຈະສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງສະພາບການເສດຖະກິດໂລກ
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສການເຊື່ອມໂຍງເສດຖະກິດສາກົນ ຫວຽດນາມ ປີ 2018 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ເວທີປາໄສ

ຕອນເຊົ້າວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ໄດ້ໄຂເວທີປາໄສການເຊື່ອມໂຍງເສດຖະກິດສາກົນ ຫວຽດນາມ ປີ 2018 ດ້ວຍຫົວຂໍ້ວ່າ “ການເຊື່ອມໂຍງເສດຖະກິດສາກົນໃນສະພາບການໃໝ່ - ເປັນເຈົ້າການ, ປ່ຽນແປງໃໝ່, ແທດຈິງ ແລະ ມີປະສິດທິຜົນ”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ໃນຮອບເວລາ 1 ປີມານີ້, ເສດຖະກິດທົ່ວໂລກມີສັນຍານປ່ຽນແປງຕາມທິດສັບສົນ ແລະ ຍາດທີ່ຄາດຄະເນລ່ວງໜ້າໄດ້. ບັນດາການຜັນແປນີ້ຈະສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງສະພາບການເສດຖະກິດໂລກ ແລະ ນະໂຍບາຍຂອງທຸກປະເທດ, ໃນນັ້ນມີ ຫວຽດນາມ. ລະດັບເປີດປະຕູຂອງພື້ນຖານເສດຖະກິດ ຫວຽດນາມ ໃຫຍ່ຫຼວງພໍສົມຄວນ. ດ້ວຍຍອດວົງເງິນການນຳເຂົ້າ - ສົ່ງອອກປີນີ້ຄາດວ່າບັນລຸຕົວເລກ 485 ຕື້ USD ແລະ ການເຕີບໂຕ GDP ຢູ່ໃນລະດັບ 6,8%, ການເປີດປະຕູຂອງພື້ນຖານເສດຖະກິດຂຶ້ນປະມານທົບ 2 ເທົ່າ.

        ຕາມທ່ານ Sudhir Shetty, ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດພາກພື້ນ ອາຊີ ຕາເວັນອອກ, ປາຊີຟິກ, ທະນາຄານໂລກແລ້ວ, ຫວຽດນາມ ຄວນເພີ່ມທະວີຄວາມສາມາດຮັບມືກ່ຽວກັບເສດຖະກິດມະຫາພາກຕໍ່ການຜັນແປດ້ານການເງິນ ແລະ ການຄ້າສາກົນ; ເພີ່ມທະວີກຳລັງແກ່ງແຍ້ງແຫ່ງຊາດກັບບັນດານະໂຍບາຍສ້າງຄວາມສະດວກດ້ານການຄ້າ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ປັບປຸງການຕິດຕໍ່ພົວພັນລະຫວ່າງການລົງທຶນຕ່າງປະເທດ ແລະ ບັນດານັກຈຳໜ່າຍພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ