ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳອົງການການຄ້າໂລກ ປະຈຳ ເຊີແນວ

(VOVWORLD) - ວັນທີ 16 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ ແລະ ສະຫະພາບເອີລົບ (ອີຢູ).
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳອົງການການຄ້າໂລກ ປະຈຳ ເຊີແນວ - ảnh 1 ທ່ານ ເວືອງດິ່ງເຫ້ວ ພົບປະກັບການນຳ WTO

ກ່ອນໜ້ານັ້ນ, ວັນທີ 15 ກັນຍາ, ທີ່ສຳນັກງານອົງການການຄ້າໂລກ (WTO), ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມີການເຮັດວຽກກັບທ່ານ Roberto Azevedo, ຜູ້ອຳນວຍການໃຫຍ່ WTO, ທ່ານ Karl Brauner, ຮອງຜູ້ອຳນວຍການໃຫຍ່ WTO ແລະ ທ່ານ Xavier Carim, ປະທານສະມັດຊາໃຫຍ່ WTO ເພື່ອແນໃສ່ຊອກຮູ້ບັນດາການກຳນົດທິດພັດທະນາຂອງ WTO ໃນສະພາບການປະຈຸບັນ ແລະ ຊຸກຍູ້ການສະໜັບສະໜູນຂອງ WTO ສຳລັບວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງ ຫວຽດນາມ. ທີ່ການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢືນຢັນ WTO ມີບົດບາດສຳຄັນພິເສດໃນວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງ ຫວຽດນາມ, ຕີລາຄາສູງບົດບາດຂອງລະບົບການຄ້າຫຼາຍສົ້ນໃນການຊຸກຍູ້ການເຄື່ອນໄຫວການຄ້າທົ່ວໂລກ ແລະ ເນັ້ນໜັກເຖິງຄວາມມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ WTO ຢ່າງຄົບຖ້ວນ… ບັນດາຜູ້ຕາງໜ້າການນຳ WTO ຊົມເຊີຍບັນດາການປະກອບສ່ວນຂອງ ຫວຽດນາມ ໃນການຊຸກຍູ້ຄວາມເສລີການຄ້າທົ່ວໂລກ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ, ເຫັນດີເປັນເອກະສັນສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ