ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງກວດກາພື້ນຖານໂຄງລ່າງທາງລົດໄຟ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງກວດກາພື້ນຖານໂຄງລ່າງທາງລົດໄຟ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງກວດກາພື້ນຖານໂຄງລ່າງທາງລົດໄຟ)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/12, ຢູ່ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ ​ໄປ​ສຳ​ຫຼວດກວດກາພື້ນຖານ​​ໂຄງ​ລ່າງ ທາງລົດ​​ໄຟ​ຢູ່​ເຂດ​ສະ​ຖາ​ນີລົດ​ໄຟ ຢ໋າບບ໋າ​ດ, ສະ​ຖາ​ນີ​ລົດ​ໄຟຮ່າ​ໂນ້ຍ ​ແລະ ​ເຮັດ​ວຽກກັບ​ບໍລິ​ສັດ​ໃຫຍ່​ທາງລົດ​​ໄຟ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ຕີ​ລາຄາ​ສູງ​ເລື່ອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ບໍລິ​ສັດ​ໃຫຍ່​ທາງລົດ​​ໄຟ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ສ້າງ​ໂຄງ​ປະກອບ​ການ​ເຄື່ອນ​ໄຫວ​ຂອງບໍລິ​ສັດ​ໃຫຍ່​ທາງລົດ​​ໄຟ​ ຄືນ​ໃໝ່, ​ໃນ​ນັ້ນ​ມີ​ເລື່ອງ​ກຳນົດ​ຄາດໝາຍ​ພັດທະນາ​ໃນ​ແຕ່ລະ​ໄລຍະຢ່າງ​ຈະ​ແຈ້ງ. ຍ້ອນ​ເຫດ​ນັ້ນ, ພື້ນຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ຈຶ່ງ​ມີ​ການ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ, ​ເຂົ້າ​ຮ່ວມ​ອັດຕາ​ຂົນ​ສົ່ງຜູ້​ໂດຍສານ ​ແລະ ສິນຄ້າ, ປະກອບສ່ວນ​ພັດທະນາ​ປະ​ເທດ. ໝາກຜົນ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແມ່ນ​ບາດກ​້າວ​ເບື້ອງ​ຕົ້ນ​ແຕ່​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ແມ່ນ​ພື້ນຖານ​ເພື່ອ​ຖອດ​ຖອນບົດ​ຮຽນ, ສືບ​ຕໍ່​ສ້າງ​ໂຄງ​ປະກອບ​ໃນ​ໄລຍະ​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ