ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຊີ້ນຳການແກ້ໄຂສະພາບຝົນຕົກ,ນ້ຳຖ້ວມຢູ່ລາຍເຈົາ

(VOVWORLD) -ຕອນເຊົ້າວັນທີ 26 ມິຖຸນາ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ນຳໜ້າ ໄດ້ລົງຢື້ຢາມຖາມຂ່າວພໍ່ແມ່ພີ່ນ້ອງ ແລະ ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມຢູ່ແຂວງລາຍເຈົາ. ທີ່ການເຮັດວຽກກັບການນຳແຂວງລາຍເຈົາ ແລະ ເມືອງຕາມເດື່ອງ
ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຊີ້ນຳການແກ້ໄຂສະພາບຝົນຕົກ,ນ້ຳຖ້ວມຢູ່ລາຍເຈົາ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ເພື່ອແກ້ໄຈຜົນຮ້າຍຢ້ອນຫຼັງຈາກເຫດຝົນຕົກ, ນ້ຳຖ້ວມຜ່ານມາຢ່າງໄວ, ເປັນເຈົ້າການຮັບມືກັບບັນດາສະພາບການໄພພິບັດທຳມະຊາດ, ແຂວງລາຍເຈົາ ສືບຕໍ່ລະດົມກຳລັງ, ພາຫະນະ ສຸມໃສ່ຢ່າງສູງໃຫ້ເລື່ອງຊອກຫາບັນດາຜູ້ຍັງຫາຍສາບສູນ. ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍມີໄພຖືກເຊາະເຈື່ອນ, ນ້ຳຖ້ວມຢ່າງສູງໂດຍໄວ ເພື່ອຮັບປະກັນຊີວິດອິນຊີ. ຈັດຕັ້ງການຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຖືກເສຍຫາຍ, ໂດຍສະເພາະແມ່ນບັນດາຄອບຄົວມີຜູ້ຖືກເຄາະຮ້າຍ… ຈັດຕັ້ງບ່ອນຢູ່ຊົ່ວຄາວໃຫ້ບັນດາຄອບຄົວມີເຮືອນຊານຖືກເປ່ເພ; ຈັດຕັ້ງການກູ້ຊ່ວຍດ້ານທັນຍາຫານ, ເຄື່ອງໃຊ້ຢ່າງຮີບດ່ວນ, ຮັບປະກັນບໍ່ປະໃຫ້ປະຊາຊົນຖືກອຶດຫິວ.

      ຕາມການສະຖິຕິຫຼ້າສຸດ, ສະພາບຝົນຕົກ, ນ້ຳຖ້ວມຢູ່ແຂວງລາຍເຈົາ ໄດ້ເຮັດໃຫ້ 31 ຄົນເສຍຊີວິດ, ຫາຍສາບສູນ ແລະ ຮັບບາດເຈັບ; ເຮືອນຢູ່ຂອງປະຊາຊົນເກືອບ 300 ຫຼັງຖືກເປ່ເພ; ຜັກພືດກວ່າ 600 ເຮັກຕາຖືກນ້ຳຖ້ວມ, ຖືກດິນຕົມທັບຖົມ ຫຼື ກະແສນ້ຳພັດໄປ… ບັນດາກິດຈະກຳຄົມມະນາຄົມ, ຊົນລະປະທານ, ໄຟຟ້າຖືກເປ່ເພ, ຄາດວ່າຖືກເສຍຫາຍແມ່ນ 270 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ