ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຫົວໜ້າຜູ້ຕາງໜ້າJICAປະຈຳຫວຽດນາມແລະຄະນະຜູ້ແທນວິສາຫະກິດຕ່າງປະເທດ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຫົວໜ້າຜູ້ຕາງໜ້າJICAປະຈຳຫວຽດນາມແລະຄະນະຜູ້ແທນວິສາຫະກິດຕ່າງປະເທດ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ
ຕ້ອນຮັບຫົວໜ້າຜູ້ຕາງໜ້າJICAປະຈຳຫວຽດນາມ)

(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານ Yasuo Fujita, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA) ປະ​ຈຳ​ຫວຽດ​ນາມ, ໃນ​ຕອນ​ບ່າຍ​ວັນ​ທີ 18/05, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຈິ້ງ​ດິ່ງ​ຢຸງ​ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ JICA ຢູ່​ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໝີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ດ້ວຍ​ບົດ​ບາດ​ ແລະ ທີ່​ຕັ້ງ​ຂອງ​ຕົນ, ທ່ານ Yasuo Fujita ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າກວ່າ​ອີກ ເພື່ອ​ພັດ​ທະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ JICA ຢູ່​ຫວຽດ​ນາມ, ຜ່ານນັ້ນ​ຊຸກ​ຍູ້​ການ​ພົວ​ພ​ັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.

        ແລະ​ກ​ໍ​ໃນ​ຕອນ​ບ່າຍ​ວັນ​ທີ 18/05, ທີ່​ການ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ ໂດຍ​ລາ​ຊະ​ກ​ຸມ​ມານບ​ຣຸ​ໄນ Qawi ນຳ​ໜ້າ, ພວມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ແຂວງ ແທງ​ຮ໋​ວາ ແລະ ບາງ​ທ້ອງ​ຖິ່ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຢືນ​ຢັນ​ວ່າ, ຍາມ​ໃດຫວຽດ​ນາມ ​ກໍ່​ຕ້ອນ​ຮັບ ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ​​ເຂົ້າມາ​ຮ່ວມມ​ື.

ຂ່າວ/ບົດ​ອື່ນ