ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ລາວ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ລາວ - ảnh 1
ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ
ຕ້ອນຮັບຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ລາວ
(ພາບ: VGP)

(vovworld) - ວັນ​ທີ 21/07, ທີ່​ການ​ຕ້ອນ​ຮັບ​ທ່ານ ວິ​ຣາ​ພົນ ວິ​ຣາ​ວົງ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່​ລາວ ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ໃຫ້ 2 ຝ່າຍ​ຕ້ອງກວດ​ກາ​ຄື​ນ​ບັນ​ດາ​ໂຄງ​ການ, ສຳ​ຫຼວດ​ຄວາມ​ສາ​ມາດ​ບົມ​ຊ້ອນ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ລະ​ອຽດ ຈາກນັ້ນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສາ​ມາດ​ເຂົ້າ​ຮ່ວມ​ການ​ລົງ​ທຶນ, ຮ່ວມ​ມື​ໃນ​ຂົງ​ເຂດ​ພັດ​ທະ​ນາ​ແຫຼ່ງ​ພະ​ລັງ​ງານ, ສາຍ​ສົ່ງ, ສະ​ໜອງ​ໄຟ​ຟ້າ​ໃຫ້​ທັງ​ຫວຽດ​ນາມ ແລະ ລ​າວ. ນີ້​ແມ່ນ​ຈ​ຸດ​ເວ​ລ​າ​ທີ່​ເໝາະ​ສົມ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ໃຫ້ 2 ປະ​ເທດ​ຕ້ອງ​ຄົ້ນ​ຄວ້າ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ຕາ​ໜ່າງ​ໄຟ​ຟ້າ​ເພື່ອ​ໃຫ້​ລາວ ຂາຍ​ໄຟ​ຟ້າ​ໃຫ້​ຫ​ວຽດ​ນາມ ໃນ​​ເງື່ອນ​ໄຂ​ທີ່​ເຫຼືອ​ເກີນ.

        ສ່ວນ​ທ່ານ ວິ​ຣາ​ພົນ ວິ​ຣາ​ວົງ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່​ລາວ ໃຫ້​ຮູ້​ວ່າ, ການ​ນຳ​ພັກ,  ລັດ, ລັດ​ຖະ​ບານ​ລາວ ເອ​ົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດ​ພະ​ລັງ​ງານ, ພິ​ເສດ​ແມ່ນ​ການ​ພັດ​ທະ​ນາ​ແຫຼ່ງ​ໄຟ​ຟ້າ, ສົ່ງ​​ໄຟ​ຟ້າ. ລາວ ປາດ​ຖະ​ໜາ​ຈະ​ຍ​ູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ ທີ່​ມີ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດນີ້.

ຂ່າວ/ບົດ​ອື່ນ