ຮອງນາຍົກລັດຖະມົນຕີຈິ້ງດີ່ງຢູ້ງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຫງາຍ

ຮອງນາຍົກລັດຖະມົນຕີຈິ້ງດີ່ງຢູ້ງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຫງາຍ - ảnh 1
ຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ ເຮັດວຽກຢູ່ໂຮງງານກັ່ນນ້ຳມັນ ຢູງກວດ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 15/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີ່ງຢູ້ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ຫງາຍ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີ່ງຢູ້ງ ສະ​ເໜີ​ແຂວງ ກວາງ​ຫງາຍ ຕ້ອງ​ເອົາ​ໃຈ​​ໃສ່​ເຖິງ​ການ​ດຶງ​ດູດ​ບັນດາ​ແຫຼ່ງ​ເງິນ​ລົງທຶນ​ເພື່ອ​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຢູ່​ທ້ອງ​ຖິ່ນ, ມີ​ບັນດາ​ບາດກ້າວ​ໜັກ​ແໜ້ນ​ໃນ​ອະນາຄົດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ແຂວງ ກວາງ​ຫງາຍ ຕ້ອບດັດ​ປັບ​ຄືນ​ພື້ນຖານ​ໂຄງ​ລ່າງ​ເຂດ​ຕົວ​ເມືອງ, ກະສິກຳ​ເຂດ​ຊົນນະບົດ, ຄົມມະນາຄົມ, ສ້າງ​ໂຄງ​ປະກອບ​ຜະລິດ​ຕະພັນ​ຄືນ​ໃໝ່​ເພື່ອ​ເພີ່ມ​ທະວີ​ກຳລັງຄວາມແກ່ງ​ແຍ້​ງ​ແຕ່​ຕ້ອງ​ຕິ​ດພັນ​ວຽກ​ງານ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ອງ​ປະຕິ​ຮູບ​ລະບຽບການ​ບໍລິຫານ, ປະຕິ​ຮູບ​ຄືນ​ກົງຈັກ​ໃຫ້​ເໝາະ​ສົມ… ສຳລັບ​ໂຮງງານ​ກັ່ນ​ນ້ຳມັນ ຢູງກວດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃສ່​ໃຈ​ວ່າ ຄະນະ​ການ​ນຳ​ໂຮງ​ງານ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ເຄື່ອນ​ໄຫວ​ດ້ວຍ​ຄວາມປອດ​ໄພ, ຮັບ​ປະກອນ ​ແລະ ຕອບ​ສະໜອງ ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ນ້ຳມັນ​​ເຊື້ອ​ໄຟ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງ​ປະ​ເທດຊາດ.


ຂ່າວ/ບົດ​ອື່ນ