ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມຢູ່ລັດເຊຍ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມຢູ່ລັດເຊຍ - ảnh 1
ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຂົ້າຮ່ວມເວທີປາໄສ
ວິສາຫະກິດຫວຽດນາມຢູ່ລັດເຊຍ
(ພາບ: ກວາງວີງ/ຫວຽດນາມ+)

(vovworld) - ​ໃນ​ຂອບ​ເຂດ​ລາຍການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 19 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລັດ​ເຊຍ ຢູ່​ສະຫະພັນ ລັດ​ເຊຍ, ຄະນະ​ປະຕິບັດ​ງານ​ລັດຖະບານ​ຂັ້ນ​ສູງ ​ໂດຍທ່ານ ຮອງ​ນາຍົກລັດຖະມົນຕີ ຈິ້ງດິ່ງ​ຢຸງ ນຳ​ໜ້າ, ​ເຂົ້າ​ຮ່ວມເວທີ​ປາ​ໄສ​ວິ​ສາ​ຫະກິດ​ ຫວຽດນາມ​ຢູ່​ ລັດ​ເຊຍ. ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ “​ແງ່​ຫວັງ​ຮ່ວມ​ມື ຫວຽດນາມ - ລັດ​ເຊຍ ​ໃນ​ສະພາບ​ການ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EAEU FTA ມີ​ຜົນ​ສັກສິດ“, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 18/9, ຢູ່​ໜ່ວຍ​ປະສົມ​ຫຼາຍ​ບົດບາດ ຮ່າ​ໂນ້ຍ - ມົດ​ສະ​ກູ (Incentra), ​ໂດຍ​ກະຊວງ ອຸດສາຫະກຳ ການ​ຄ້າ, ສະຖານທູດ ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ, ສະຫະ​ສະມາຄົມ ວິ​ສາ​ຫະກິດ ​ແລະ ສະມາຄົມ​ຊາວ ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄວາມ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ເນັ້ນ​ໜັກ​ວ່າ, ໜຶ່ງ​ໃນ​ບັນດາ​ຜົນງານ​ສຳຄັນ​ທີ່​ສຸດ​ເຊິ່ງ ຫວຽດນາມ ບັນລຸ​ໄດ້, ສ່ວນ​ໜຶ່ງ​ແມ່ນ​ອີງ​ໃສ່​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ສະຫະພັນ ​ລັດ​ເຊຍ ​ເວົ້າ​ສະ​ເພາະ. ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ​ກັບ ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU), ​ເຊິ່ງຈະ​ມີ​ຜົນ​ສັກສິດ​ໃນ​ວັນ​ທີ 5/10 ຈະ​ມາ​ເຖິງ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ: ນີ້​ທັງແມ່ນ​ກາລະ​ໂອກາດ, ທັງ​ແມ່ນ​ການ​ທ້າ​ທາຍ, ສັນຍາ​ນີ້​ຈະ​ແມ່ນປັດ​ໃຈ​ຊຸກຍູ້​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ບໍລິການ​ລະຫວ່າງ ຫວຽດນາມ ກັບ EAEU ​ເພື່ອ​ໝູນ​ໃຊ້​ບຸລິ​ມາ​ສິດ​ສູງ​ສຸດ ​ແລະ ມີ​ກຳລັງ​ແກ່ງ​ແຍ່ງ​ຢ່າງ​ພຽງພໍ. ດັ່ງ​ນັ້ນ​ປະຊາ​ຄົມ​ຊາວ ຫວຽດນາມ​ປະຈຳ ສະຫະພັນ ລັດ​ເຊຍ ຄວນ​ຕັ້ງໜ້າ​ຫັນປ່ຽນ​ຮູບ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນຕາ​ມມາດຕະຖານ​ສາກົນ.

ຂ່າວ/ບົດ​ອື່ນ