ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເປັນປະທານກອງປະຊຸມຄະນະຊີ້ນຳ IUU

(VOVWORLD) -ບັນດາສະມາຊິກໃນຄະນະຊີ້ນຳໄດ້ປຶກສາຫາລື, ສະເໜີບັນດາມາດຕະການແກ້ໄຂທີ່ເປັນເອກະພາບໃນວຽກງານສະກັດກັ້ນ, ຍົກເລີກບັນດາການເຄື່ອນໄຫວຂຸດຄົ້ນ IUU, ແກ້ໄຂການກ່າວເຕືອນ “ບັດເຫຼືອງ” ຂອງ ຄະນະກຳມະການເອີລົບ (EC) ສຳລັບຫວຽດນາມ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເປັນປະທານກອງປະຊຸມຄະນະຊີ້ນຳ IUU - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ

(ພາບ: VGP)

ຕອນເຊົ້າວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳການຜັນຂະຫຍາຍໜ້າທີ່ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາສະມາຊິກໃນຄະນະຊີ້ນຳໄດ້ປຶກສາຫາລື, ສະເໜີບັນດາມາດຕະການແກ້ໄຂທີ່ເປັນເອກະພາບໃນວຽກງານສະກັດກັ້ນ, ຍົກເລີກບັນດາການເຄື່ອນໄຫວຂຸດຄົ້ນ IUU, ແກ້ໄຂການກ່າວເຕືອນ “ບັດເຫຼືອງ” ຂອງ ຄະນະກຳມະການເອີລົບ (EC) ສຳລັບຫວຽດນາມ, ໃນສະເພາະໜ້າ, ຕ້ອງກະກຽມວຽກງານຕ້ອນຮັບ, ເຮັດວຽກກັບຄະນະກວດກາຂອງ EC ໃຫ້ເປັນຢ່າງດີ ເຊິ່ງຄາດວ່າຈະມາເຮັດວຽກຢູ່ຫຽດນາມ ໃນຕົ້ນເດືອນ ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ