ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິງ ຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ

(VOVWORLD) -ໃນຂອບເຂດການຢ້ຽມຢາມປະເທດຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີຄັ້ງທີ 24, ວັນທີ 12 ມິຖຸນາ, ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ມີການພົບປະກັບທ່ານ Date Chuichi ປະທານສະພາສູງຍີ່ປຸ່ນ, ຕ້ອນຮັບທ່ານ Yoko Kamikawa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ  ແລະ ການນຳບັນດາກຸ່ມບໍລິສັດ AEON, Willer.

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິງ ຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ - ảnh 1 ທ່ານ ເຈືອງຮວ່າບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ ອະນາຄົດຂອງອາຊີຄັ້ງທີ 24 ຢູ່ຍີປຸ່ນ

(ພາບ: TTXVN)

ທີ່ການພົບປະກັບ ທ່ານ Date Chuichi ປະທານສະພາສູງຍີ່ປຸ່ນ, ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ  ໄດ້ສະເໜີໃຫ້ສະພາສູງຍີປຸ່ນ ສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເປີດກວ້າງການຮ່ວມມືອັນແທດຈິງລະຫວ່າງອົງການນິຕິບັນຍັດຂອງສອງປະເທດ; ແບ່ງປັນບົດຮຽນໃນວຽກງານກໍ່ສ້າງ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະຕິຮູບຕຸລາການ. ພ້ອມກັນນັ້ນ, ເພີ່ມທະວີການສົມທົບ, ຮ່ວມມືກັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຍີ່ປຸ່ນ ຢູ່ບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ໃນໂລກ.

        ທີ່ການຕ້ອນຮັບ ທ່ານ Yoko Kamikawa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ, ທ່ານ ຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ກະຊວງຍຸຕິທຳຍີ່ປຸ່ນ ເພີ່ມທະວີການແລກປ່ຽນ, ຍູ້ແຮງການຮ່ວມມືກັບຫວຽດນາມໃນວຽກງານໜູນຊ່ວຍ ກົດໝາຍແພ່ງ, ກົດໝາຍການຄ້າ ແລະ ກົດໝາຍອາຍາ; ສະເໜີໃຫ້ສອງຝ່າຍດຳເນີນການເຈລະຈາ ແລະ ລົງນາມໃນສັນຍາໜູນຊ່ວຍກົດໝາຍແພ່ງ ໂດຍໄວ.

        ແລະໃນການຕ້ອນຮັບທ່ານປະທານ ກຸ່ມບໍລິສັດ AEON, Willer ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍຕັ້ງໜ້າປັບປຸງສະພາບແວດລ້ອມການລົງທຶນ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນລົງທຶນປະສົບຜົນສຳເລັດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ