ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດຖະທູດອີຣານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດຖະທູດອີຣານ - ảnh 1
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນຮັບເອກອັກຄະລັດຖະທູດອີຣານ
(ພາບ: TTXVN)


(vovworld) - ​​ວັນ​ທີ 28/10, ຢູ່​ສຳ​ນັກ​ງານ​ກະ​ຊວງການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນ​າມ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖ​ະ​ທູດ​​ປະ​ເທດສ.ອິດ​ສະ​ລາມ​ອີ​ຣານ ປະ​ຈຳ​ຫວຽດ​ນາມ Saleh Adibi ເຂົ້າ​ຢ້ຽມ​ຂ່ຳ​ນັບ, ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ປະ​ຕິ​ບັດ​ງານ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ການ​ໜູນ​ຊ່ວຍ ແລະ ການ​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Saleh Adibi ໃນ​ການ​ຈັດ​ຕັ້ງ​ສຳ​ເລັດ​ການ​ຢ້ຽມ​ຢາມ​ຂັ້​ນ​ສູງ​ລະ​ຫວ່າງ 2 ປະ​ເທດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜ​ີ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Saleh Adibi ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ຕັ້ງ​ໜ້າ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ 2 ຝ່າຍ ເພື່ອ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ຕ່າງໆ​ຂອງ​ການ​ນຳ 2 ປະ​ເທດ… ສ່ວນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Saleh Adibi ໃຫ້​ຮູ້​ວ່າ, ຈ​ະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​​ພົວ​ພັນຮ່ວມ​ມື​ໃນ​​ທຸກ​ຂົງເຂດ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ