ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບປະທານຄະນະກຳມະການຕ້ານການສໍ້ລາດບັງຫລວງມຽນມາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບປະທານຄະນະກຳມະການຕ້ານການສໍ້ລາດບັງຫລວງມຽນມາ - ảnh 1
ທ່ານ ຟ້າ​ມບິ່ງ​ມິ​ງ ຕ້ອນຮັບ ທ່ານ U Mya Win
(ພາບ: VGP/HaiMinh)

(vovworld) –​ ທີ່​ການ​ຕ້ອນຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 15/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ເຈ​ລະ​ຈາລະ​ຫວ່າງ 2 ຄະນະ​ຜູ້​ແທນ ອົງການ​ກວດ​ກາ​ລັດຖະບານ ຫວຽດນາມ ​ແລະ ຄະນະ​ກຳມະການ​​ຕ້ານ​ການສໍ້​ລາດ​ບັງ​ຫລວງ ມຽນມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ເອົາ​ໃຈ​ໃສ່​ທີ່​ສຸດ​ ​ເລື່ອງ​ການຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​​ແລະ ມຽນມາ. ວຽກ​ງານ​ກວດກາ, ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ໂທດ ​ແລະ ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ຮັບ​ຖື​ວ່າເປັນ​ໜ້າ​ທີ່​ສຳຄັນ, ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸລິມະສິດ ​ເພື່ອ​ຮັບປະກັນ​ໃຫ້ ຫວຽດນາມ ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ດ້ວຍ​ພື້ນຖານ​ບໍລິຫານ​ມີ​ລັກສະນະ​ອາຊີບ​, ທັນ​ສະ​ໄໝ…​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງ​ປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຖື​ວ່າ: ປະຈຸ​ບັນ 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃຫຍ່​ສຸດ ​ແລະ ຢືນຢັນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທ​ດ.

        ສ່ວນ​ທ່ານ​ລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ຕ້ານ​ການສໍ້​ລາດ​ບັງ​ຫລວງ ມຽນມາ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດກາ​ລັດຖະບານ ຫວຽດນາມ ຈະ​ແບ່ງປັນ​ບົດຮຽນ​ດ້ານວຽກ​ງານ​ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫລວງຫລາຍ​ກ່ວາ​ອີກ. ທ່ານ U Mya Win ກໍ​ຫວັງ​ວ່າ: ມຽນມາ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ໃນ​ຫລາຍ​ຂົງ​ເຂດ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ