ຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

ຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ - ảnh 1
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບ
ເອກອັກຄະລັດຖະທູດນິວຊີແລນ Haike Manning
(ພາບ: VGP)

(vovworld) – ​ ​ ທີ່​ການ​ຕ້ອນຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 04/11 ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງ ມິ​ງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ Haike Manning ເອກ​ອັກຄະ​ລັດຖະທູດ ນິວຊີ​ແລນ ປະຈຳ ຫວຽດນາມ ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູ​ດຢູ່ ຫວຽດນາມ; ຖື​ວ່າ: ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ - ນິວຊີ​ແລນ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ສະ​ເໜີ​ວ່າ: 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພົບ​ປະ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ຊຸກຍູ້​ການ​ພົບ​ປະ​ແລ​ກປ່ຽນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ; ຕັ້ງໜ້າ​ສົມທົບ​ກັນ, ຄົ້ນຄວ້າ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ກະສິກຳ ​ແລະ ອື່ນໆ​​ໃຫ້​ດີກ່ວາ​ອີກ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ນິວຊີ​ແລນ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ການ​ນຳ ​ແລະ ປະ​ຊາຊົນ 2 ປະ​ເທດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Haike Manning ​ໃຫ້​ຮູ້​ວ່າ: ​ເມື່ອ​ກັບ​ຄືນ​ປະ​ເທດ ຮັບຕຳ​ແໜ່​ງ​ໃໝ່ ທ່ານຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ນິວຊີ​ແລນ ​ໃຫ້ນັບ​ມື້​ນັບ​ພັດທະນາ​ແຂງ​ແຮງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

ຂ່າວ/ບົດ​ອື່ນ