ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບິ່ງ​ມິງ
​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ນິວ​ຊີ​ແລນ)

(vovworld) - ​​​​​ຕອນ​ບ່າຍ​ວັນ​ທີ 13/04, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ນິວ​ຊີ​ແລນ ປະ​ຈຳ​ຫວຽດ​ນາມ Wendy Matthews. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ສະ​ເໜີ​ໃຫ້ 2 ປະ​ເທດ ສືບ​ຕໍ່​ຮ່ວມມ​ື​ກັບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ປີ APEC 2017 ໃຫ້​ສຳ​ເລັດ, ພິ​ເສດ​ແມ່ນ​ສັບ​ປະ​ດາ​ຂັ້ນ​ສູງ APEC ຢູ່​ດ່ານັ້ງ (11/2017).

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Wendy Matthews ໄດ້​ຕີ​ລາ​ຄາ​ສ​ູງ​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ 2016 ສືບ​ຕໍ່​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ຕັ້ງ​ໜ້າ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Wendy Matthews ໃຫ້​ຮູ້​ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຄະ​ນະ​, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ກະ​ກຽມ​ໃຫ້​ບັນ​ດາ​ການ​ຢ້ຽມ​ຢ​າມ​ຂັ້ນ​ສູງ​ທີ່​ຈະ​ມາ​ເຖິງ ກໍ​ຄື​ຈັດ​ຕັ້ງ​ປີ APEC 2017 ໃຫ້​ສຳ​ເລັດ; ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື; ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​​ມຸ່ງ​ໄປ​ເຖິງ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ນິວ​ຊີ​ແລນ ໃຫ້ພັດ​ທະ​ນາ​ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່​ງ ແລະ ແທດ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ