ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ:ບັນຫາທະເລຕາເວັນອອກແມ່ນຈຸດສຸມຂອງກອງປະຊຸມສຸດຍອດອາຊຽນ24

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ:ບັນຫາທະເລຕາເວັນອອກແມ່ນຈຸດສຸມຂອງກອງປະຊຸມສຸດຍອດອາຊຽນ24 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
(ພາບປະກອບ)

(vovworld) –​ ວັນ​ທີ 11/5, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫວຽນ​ເຕີນ​ຢູ້ງ ນຳ​ໜ້າ ​ໄດ້​ກັບ​ເມືອ​ຮອດ ຮ່າ​ໂນ້ຍ ສີ້​ນສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສຸດຍອດ ອາ​ຊຽນ ຄັ້ງ​ທີ 24. ​ເມື່ອ​ຕອບ​ສຳ​ພາດ​ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ທະ​ເລ​ຕາ​ເວັນ​ອອກ​ແມ່ນບັນຫາຈຸດ​ສຸມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ບັນດາ​ການ​ນຳ ອາ​ຊຽນ ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກກັງວົນຢ່າງ​ເລິກ​ເຊິ່ງສຳລັບ ​ເລື່ອງ ຈີນ ​ເປັນ​ຄັ້ງ​ທຳ​ອິດ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ແລະ ນຳ​ກຳ່​ປັນ​ປ້ອງ​ກັນ​ເຂົ້າ​​ເລິກ​ໃນ​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ປະ​ເທດ​ສະມາຊິກ ອາ​ຊຽນ ​ປະ​ເທດ​ໜຶ່ງ, ຖື​ວ່າ ນີ້​ແມ່ນການ​ກະທຳ​ອັນຕະລາຍ, ລະ​ເມີດ​ກົດໝາຍ​ສາກົນ, ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ​ປີ 1982 (UNCLOS) ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເຊິ່ງ ຈີນ ​​ໄດ້​​ລົງ​ນາມ, ອັນ​ໄດ້ສົງ​ຜົນ​ສະທ້ອນ​ຢ່າງຮ້າຍ​ແຮງ​ເຖິງຄວາມ​ສະຫງົບ, ຄວາ​ມປອດ​ໄພ​ໃນການ​ເດີນ​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ສັນຕິພາບ ​ແລະ​ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ບັນດາ​ການ​ນຳ​ໄດ້​ເຫັນ​ດີນຳ​ກັນ​ວ່າ: ອາ​ຊຽນ ຄວນ​ສະ​ແດງ​ຫຼັກ​ໝັ້ນ​ລວມ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ​ໃນ​ປະຈຸ​ບັນ​ຢ່າງ​ຮີບ​ດ່ວນ, ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ລະງັບ​ໃຈ, ບໍ່​ນຳ​ໃຊ້​ອາວຸດ, ​ແກ້​ໄຂ​ບັນດາ​ການພິດ​ພາດ, ປະຕິບັດ​ກົດໝາຍ​ສາກົນ ​ແລະ UNCLOS, ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ສ້າງ​​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ຮັບປະກັນສະພາບ​​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ສະກັດ​ກັ້ນ​ການ​ເພີ່ມ​ຄວາມ​ເຄັ່ງ​ຕຶງ. ທ່ານ​ຮອງນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ​​ໄດ້ເຫັນ​ດີ​ເປັນ​ເອກ​ສັນ​ຮັບຮອງ​ເອົາ​ຖະ​ແຫຼ​ງການສະ​ເພາະຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ບັນຫາ ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວ​ສະ​ແດງ​ຄວາມ​ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ ​ແລະ ບົດບາດ​ເປັນ​ເຈົ້າ​ການ, ຄວາມ​ຮັບຜິດຊອບ​ຂອງ ອາ​ຊຽນ ສຳລັບ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ, ພາກ​ພື້ນ​ເວົ້າ​ລວ​ມ. ນີ້​​ເປັນ​ຄັ້ງ​ທຳ​ອິດ​ໃນ​ເກືອ​ບ 2 ທົດ​ສະ​ວັດ (ນັບ​ແຕ່​ປີ 1995), ອາ​ຊຽນອອກ​ຖະ​ແຫຼ​ງການສະ​ເພາະ ກ່ຽວ​ກັບ​ສະພາບ​ການ​ສັບສົນ, ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ