ຮອງນາຍົກລັດຖະມົນຕີຟ໋າມບິ່ງມິງພົບປະເຈລະຈາກັບທ່ານສະເຫຼີມໄຊກົມມະສິດລັດຖະມົນຕີການຕ່າງປະເທດລາວ

ຮອງນາຍົກລັດຖະມົນຕີຟ໋າມບິ່ງມິງພົບປະເຈລະຈາກັບທ່ານສະເຫຼີມໄຊກົມມະສິດລັດຖະມົນຕີການຕ່າງປະເທດລາວ - ảnh 1
ທ່ານ ຟ໋າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນຮັບ
ທ່ານ​ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ​ ລັດ​ຖະ​ມົນ​ຕີ​
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) –​ ໂດຍຕອບ​ສະ​ໜອງ​ຄຳ​ເຊີນ ຂອງ​ທ່ານ ຟ໋າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ, ທ່ານ​ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ​ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜ​ູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ໄດ້​ເດີນ​ທາງມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນລະ​ຫວ່າງ ວັນ​ທີ 8-10/6/2016. ໃນ​ຕອນ​ບ່າຍ​ ວັນ​ທີ 8/6, ຢູ່​ຮ່າ​ໂນ້ຍ, ທ່ານ ຟ໋າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້ພົບ​ປະ​ເຈ​ລະ​ຈາ​ ກັບ ​ທ່ານ​ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ.

        ​ສອງ​ຝ່າຍໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ສືບ​ຕໍ່​ເພີ່ມ​ທະ​ວີ​​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ​ທຸກ​ຂັ້ນ ​ ດ້ວຍຫຼາຍ​ຮູບການ​ທີ່​ແຕກຕ່າງ​ກັນ; ປະ​ສານ​ສົບ​ທົບ​ກັນ​ຜັນ​ຂະ​ຫຍາຍ​ ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ໃນ​ການ​ພົບ​ປະ​ເຈ​ລະ​ຈາ ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ກໍ່​ຄື​ໝາກ​ຜົນ​ ຂອງກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ ລະ​ຫວ່າງ​ ລັດ​ຖະ​ບານ ກ່ຽວ​ກັບ ການ​ຮ່ວມ​ມື​ທະ​ວິ​ພາ​ຄີ ລະ​ຫວ່າງ ຫວຽດ​ນາມ-ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ສົມ​ທົບ​ກັນ​​ຜັນ​ຂະ​ຫຍາຍ ອະ​ນຸ​ສັນ​ຍາ ກ່ຽວ​ກັບເສັ້ນ​ຊາຍ​ແດນ ແລະ ຫຼັກ​ໝາຍ​ຊາຍ​ແດນ, ສັນຍາ​ ກ່ຽວ​ກັບ​ລະ​ບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍແດນ ທີ່ໄດ້​ເຊັນ​​ກັນໃນເດືອນ 3/2016. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ຄົບ​ຮອບ 55 ປີ (5/9/1962-5/9/2017) ແລະ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ລາວ  ຄົບ​ຮອບ 40 ປີ (18/7/1977-18/7/2017) ໃນ​ປີ 2017 ໃຫ້​ເປັນ​ຢ່າງ​ດີ.

        ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ສືບ​ຕໍ່ຮ່ວມ​ມື ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ ແລະ ​ປົກ​ປັກຮັກ​ສາຫຼັກ​ໝັ້ນ​ລວມ ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ; ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ຄວາມ​ສະ​ຫງົບ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ແລະ ທາງ​​ການ​ບິນ; ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ້ງ ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ ທີ່​ໄ​ດ້​ຮັບການ​ຮັບຮອງ ຢ່າງ​ກ້​ວາງ​ຂວາງ ຂອງ​ກົດ​ໝາຍ​ສາ​ກົນ, ໃນນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982), ​ປະ​ຕິ​​ບັດ​ຖະ​ແຫຼງ​ການ​ ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ກໍ່​ຄື​ບັນ​ລຸ ປະ​ມວນ​ຂໍ້​ກຳ​ນົດ ກ່ຽວ​ກັບ​ການ​ປະ​ພຶດ ຢູ່​ທະ​ເລ​ຕາ​ເວ​ັນ​ອອກ (COC) ໂດຍ​ໄວ. ​ສອງ​ຝ່າຍ​​ກໍ່ເຫັນ​ດີ​ເປັນ​ເອ​ກະ​ພາບ ​ຈະສືບ​ຕໍ່​ສົມທົບ​ກັນ ແລະ ກັບ​ບັນ​ດາ​ປະ​ເທດ ອ​ົງ​ການ​ສາ​ກົນ​ຕ່າງ​ໆ ຢ່າງແໜ້ນ​ແຟ້ນ ໃນ​ການ​ຄຸ້ມ​ຄອງ​ນຳ​ໃຊ້ແຫຼ່ງ​ນ້ຳ ແມ່​ນ້ຳ​ຂອງ ​ແບບ​ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ​​.

 

 

ຂ່າວ/ບົດ​ອື່ນ