ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສປຊ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສປຊ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ
(ພາບ​ປະ​ກອບ)

(vovworld) – ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ຈະ​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69, ​ເຊິ່ງ​ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 22/9 – 7/10, ຢູ່​ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ.

        ຢູ່ນອກກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ຈະ​ເຂົ້າ​ຮ່ວມ ແລະ ກ່າວ​ປ​າ​ໄສ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ, ເຂົ້າ​ຮ່ວມກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ ອາ​ຊຽນ ​ຢ່າງບໍ່​ເປັນ​ທາງ​ການ (IAMM), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ສຳພັນ​ທະ​ມິດ ປາ​ຊີ​ຟິກ, ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ ​ອາ​ເມ​ລິ​ກາ ລາ​ຕີນ ແລະ ກາ​ຣີ​ເບ (CELAC), ບັນ​ດາ​ປະ​ເທດ​ໃນ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ກາງ (ECO), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ ​ຢ່າງບໍ່​ເປັນ​ທາງ​ການ ແລະ ພົບ​ປ​ະ, ເຮັດ​ວຽກ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon.


ຂ່າວ/ບົດ​ອື່ນ