ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດໄທ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດໄທ - ảnh 1
ທີ່​ການ​ເຈ​ລະ​ຈາ​​ລະ​ຫວ່າງ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບິ່ງ​ມິງ
ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ
(ພາບ: TTXVN)

(vovworld) - ​​ ​​ໃນ​ການ​ຢ້ຽ​ມ​ຢາມ​ຫວຽດ​ນາມ ແຕ່​ວັ​ນ​ທີ 07 – 10/07, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກໄທ ດອນ ພ​ຣ​ະ​ມັດ​ວິ​ໄນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ທີ່​ເຮືອນ​ຮັບ​ແຂກ​ລັດ​ຖະ​ບ​ານ. ຕາມນັ້ນ​ແລ້ວ, 2 ຝ່າຍໄດ້​ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ໄທ: ການ​ພົວ​ພັນ​ດ້າ​ນ​ການ​ເມືອງ, ການ​ທູດ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ; ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອ​ງ​ຖິ່ນ​ຂອງ 2 ປະ​ເທດ​ໄດ້​ຮັບ​ການ​ເປີດກ​ວ​້າງ​ຢ່າງບໍ່​ຢຸດຢັ້ງ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນ​ວ່າ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ ​​ ດອນ ພ​ຣ​ະ​ມັດ​ວິ​ໄນ, ໃນຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ຈະ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພົວ​ພັນ 2 ຝ່າຍ, ໂດ​ຍ​ສະ​ເພາະ​ປີ 2016 ແມ່ນ​ປີ​ສະ​ເຫຼີມ​ສະ​ຫຼອ​ງ 40 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ. ຫວຽດ​ນາມ ແລະ ໄທ ມີ​ການ​ພົວ​ພັນ​ມາ​ແຕ່​ດົນ​ນານ, ໂດຍ​ສະ​ເພາະ​ແມ່ນ 2 ປະ​ເທດ​ພວກ​ເຮົາ​ຫາກໍສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຂ້​າ​ພະ​ເຈົ້າ​ມ​ີ​ຄວາມ​ປິຕິຊົມ​ຊື່​ນ​ນັບ​ແຕ່ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທ​ດໄດ້​ພັດ​ທະ​ນ​າ​ໃນ​ທຸກ​ຂົງ​ເຂດຢ່າງ​ຕັ້ງ​ໜ້າ”.

        2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ໃນ​ໄລ​ຍ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້​ນ, ຜັນ​ຂະ​ຫຍາຍ​ໝາກ​ຜົນ​​ຂອງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານລວມ​ຫວຽດ​ນາມ - ໄທ ຄັ້ງ​ທີ 3 ​ໃຫ້​ມີ​ປະ​ສິດ​ທິ​ຜົນ; 2 ຝ່າຍ​ເຫັນ​ດີ​ນຳ​ກັນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ, ຕັ້ງ​ໜ້າ​ສົມ​ທົບ​ກັນ​ຊຸກຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຫວຽດ​ນາມ - ໄທ ໄລ​ຍະ 2015 – 2020 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສູ້​ຊົນ​ບັ​ນ​ລຸ​ຄາດ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 20 ຕື້ USD ໃນ​ປີ 2020… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້​ໄທ ສື​ບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ຫຼັກ​ໝັ້ນ​ລວ​ມ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກໍ​ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນຳ​ກັນ ແລະ ກັບ​ປະ​ເທດ​ອື່ນໆ, ບັນ​ດາ​ອົງ​ການ​​ຈັດ​ຕັ້ງສາ​ກົນ​ໃນ​ການ​ພັດ​ທະ​ນາ, ຄຸ້ມ​ຄອງ ແລະ ນຳ​ໃຊ້ແຫຼ່ງ​ນ້ຳ ​ແມ່​ນ້ຳ​ຂອງ ​ຢ່າງ​ໝັ້ນ​ຄົງ ແລະ ມີ​ປະ​ສິດ​ທິ​ຜົນ​ ໃຫ້​ຖືກ​ຕາມທຳ​ນຽມສາ​ກົນ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ.

ຂ່າວ/ບົດ​ອື່ນ