ຮອງນາຍົກລັດຖະມົນຕີຟ້າມບີ່ງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດ ສິງກະໂປ

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດ ສິງກະໂປ - ảnh 1
ທ່ານ Vivian Balakrishnan, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ແລະ ທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ


(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ Vivian Balakrishnan, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 25 – 27/10/2016. ທີ່​ການ​ເຈ​ລະ​ຈາ​ໃນ​ຕອນ​ເຊົ້າ​ວັນ​ທ​ີ 26/10, ທ່ານ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ແລະ ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ Vivian Balakrishnan, ໄດ້​ຕີ​ລາ​ຄ​າ​ສູງ​ກົນ​ໄກ​ຮ່ວ​ມ​ມື​ທີ່ມ​ີ​ຢູ່​ແລ້ວ​ລະ​ຫວ່າງ 2 ຝ່າຍຄື: ກອງ​ປະ​ຊຸມ​ເຊື່ອມ​ຕໍ່​ຂັ້ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ​ການລົງ​ທຶນ, ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ປຶກ​ສາ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ແຜນ​ການ​ຝຶກ​ອົບ​ຮົມ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ແລະ ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ Vivian Balakrishnan ໄດ້​ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ ແລະ ໂຄງ​ການ​ຄົ້ນ​ຄ້​ວາ​ສະ​ຫງວນ​ໃຫ້​ບັນ​ດາ​ພະ​ນັກ​ງານ​ຂັ້​ນ​ສູງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ໄລ​ຍະ 2017 – 2019. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ເສດ​ຖະ​ກິດ - ການ​ຄ້າ​ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ຕັ້ງ​ໜ້າ​ຊອກ​ຫາ​ທິດ​ທາງ​ໃໝ່, ກຳ​ແໜ້ນ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ຜົນ​ປະ​ໂຫຍດ ນຳ​ມາ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ, ໃນ​ນັ້ນ​ມີ​ສ​ັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ແລະ ປະ​ຊາ​ຄົ​ມ​ເສດ​ຖະ​ກິດ ອາ​ຊຽນ ບົນ​ພື້ນ​ຖານ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ນຳ​ມາ​ເຊິ່ງ​ມູ​ນ​ຄ່າ​ເພີ່ມ​ສູງ.


ຂ່າວ/ບົດ​ອື່ນ