ຮອງນາຍົກລັດຖະມົນຕີຟ້າມບີງມິງເປັນປະທານກອງປະຊຸມຄະນະຊີ້ນຳກ່ຽວກັບODA

ຮອງນາຍົກລັດຖະມົນຕີຟ້າມບີງມິງເປັນປະທານກອງປະຊຸມຄະນະຊີ້ນຳກ່ຽວກັບODA - ảnh 1
ທ່ານ​ຮອງ​ນາຍົຟ້າ​ມບີ​ງມິ​ງ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​
ແຫ່ງ​ຊາດ​ກ່ຽວ​ກັບ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ທາງ​ການ
(ພາບ: ເລເທີມ)

(vovworld) –​​ ​ ຕອນ​ເຊົ້າ​ວັນ​ທີ 08/06 ຢູ່​ຮ່າ​ໂນ້ຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ທາງ​ການ (ODA) ​ແລະ ທຶນ​ກູ້​ຢືມ​ບຸລິມະສິດ. ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ຮຽກຮ້ອງ​ວ່າ: ບັນດາ​ກະຊວງ ຄື​ແຜນການ ​ແລະ ການ​ລົງທຶນ, ການ​ເງິນ ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ທະນາຄາ​ນພັດທະນາ 6 ​ແຫ່ງ, ທະນາຄານ​ແຫ່ງ​ລັດ, ບັນດາ​ທ້ອງ​ຖິ່ນ​ສຳລັບ​ບັນຫາ​​ໃຫ້ກູ້​ຢືມທຶນ​ຄືນ ​ໂດຍ​ຜ່ານ​ບັນດາ​ອົງການ​ການ​ເງິນ. ຈາກ​ນັ້ນ ສ້າງສຳ​ເລັດ​ບັນດາ​ເອກະສານ​ນະ​ໂຍບາຍກົດໝາຍ ບົນ​ຫຼັກການ​ຮັບປະກັນ​ລະດັບ​ພັດທະນາ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ​ເອົາ​ໃຈ​ໃສ່​ການ​ດຸ່ນດ່ຽງ​ແຫຼ່ງລາຍ​ຮັບ​ງົບປະມານ​ຂອງ​ທ້ອງ​ຖິ່ນ ຮັບປະກັນການ​ຊຳລະ​ທຶນຂອງ​ແຕ່ລະ​ໂຄງການ. ກ່ຽວ​ກັບ​ລະດົມ​ແຫຼ່ງທຶນ ODA ​ແລະ ທຶນ​ກູ້​ຢືມ​ບຸລິມະສິດ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຟ້າ​ມບີ​ງມິ​ງ ມອບ​ໃຫ້​ທະນາຄານ​ແຫ່ງ​ລັດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​​ເງິນ, ກະ​ຂວງ​ການ​ຕ່າງປະ​ເທດ ຊອກ​ຫາ​ຂັ້ນ​ຕອນ​ເໝາະ​ສົມ ​​ເມື່ອຫັນຈາກ​ແຫຼ່ງທຶນ ODA ​ແລະ ທຶນ​ບຸລິມະສິດ​ມາ​ເປັນ​ແຫຼ່ງທຶນ​ບຸລິມະສິດ​​ໃນ​ລະດັບ​ໜ້ອຍກ່ວາ, ຮັບປະກັນ​ບັນດາ​ໂຄງການ ODA ພວມ​ຮັບ​ການ​ປະຕິບັດ​ຍັງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ