ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບີ່ງມີງຢ້ຽມຢາມນິວຊີແລນຢ່າງເປັນທາງການ

(vovworld) – ທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ໄດ້​ເດີນ​ທ​າງຢ້ຽມ​ຢາມ​ນິວ​ຊີ​ແລນ ແຕ່​ວັນ​ທີ 1 – 3/12 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Murray McCully, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ. ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ, ຕອນ​ບ່າຍ​ວັນ​ທີ 1/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ມີ​ການ​ພົບ​ປະ​ກັບ​ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ ນິວ​ຊີ​ແລນ ແລະ ທ່ານ Bill English, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ເງິນ ນິວ​ຊີ​ແລນ.

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບີ່ງມີງຢ້ຽມຢາມນິວຊີແລນຢ່າງເປັນທາງການ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ແລະ ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ
(ພາບ: Khánh Lin/TTXVN)

        ທ​ີ່​ການ​ພົບ​ປະ, ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ເຊິ່ງ ນິວ​ຊີ​ແລນ ສ້າງ​ຕັ້ງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ມາ​ແຕ່​ດົນ​ນານ​ແລ້ວ, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ. ທ່ານ​ປະ​ທານ​ສະ​ພາ​ຕ່ຳ David Carter ຫວັງ​ວ່າ 2 ຝ່າຍ​ຮ່ວມ​ມື​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ສາຍ​ການ​ບິນ​ລະ​ຫວ່າງ Aukland ແລະ ນະ​ຄອນ ໂຮ່​ຈີ​ມິນ ເພື່ອ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່ ແລະ ຍູ້​ແຮງ​ການ​ແລກ​ປ່ຽນ​ຄ້າ​ຂາຍ, ການ​ທ່ອງ​ທ່ຽວ ແລະ ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ ຫວຽດ​ນາມ ແລະ ນິວ​ຊີ​ແລນ.

        ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ເງິນ Bill English ໄດ້​ຢັ້ງ​ຢືນ​ວ່າ ນິວ​ຊີ​ແລນ ເອົາ​ໃຈ​ໃສ່​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເງິນ, ທະ​ນາ​ຄານ, ສ້າງ​ໂຄງ​ປະ​ກອບ​​ລັດວິ​ສາ​ຫະ​ກິ​ດ​ຄືນ​ໃໝ່, ຫວັງ​ວ່າ 2 ຝ່າຍ​ຊຸກ​ຍູ້, ຊອ​ກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ. ນິ​ວ​ຊີ​ແລນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ການ​ສະ​ຫງ​ວນ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ (ODA) ໃຫ້​ແກ່ ຫວຽດ​ນາມ.

        ສ່ວນທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ໃຫ້ 2 ຝ່າຍ​ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ​ຄາດ​ໝາຍ 1,7 ຕື້ USD ໃນ​ປີ 2020 ຄື​ການ​ນຳ 2 ປະ​ເທດ​ໄດ້​ວາງ​ອອກ.

        ສອງ​ຝ່າຍກໍ່​ພິ​ຈາ​ລະ​ນະ​ບັນ​ດາ​ການ​ຜັນ​ແປຫຼ້າ​ສຸດ​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ແລະ ເປັນ​ເອ​ກະ​ສັນ​ຖື​ວ່າ​ການ​ຄ້າ​ເສ​ລີ​ ແລະ ການ​ເຊື່ອມ​ໂຍງ​ແມ່ນ​ທ່າ​ອ່ຽງ​ບໍ່​ອາດ​ຕ່າວ​ປີ້ນ​ໄດ້. ສອງ​ຝ່າຍກໍ່​ຢັ້ງ​ຢືນ​ສືບ​ຕໍ່​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ ​ທີ່​ທັງ 2 ຝ່າຍ​ແມ່ນ​ສະ​ມາ​ຊິກ, ໃນ​ນັ້ນ​ມີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ (APEC).

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ຟ້າມບ​ີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ນິວ​ຊີ​ແລນ.


ຂ່າວ/ບົດ​ອື່ນ