ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຕ້ອນຮັບປະທານເຂດ Ile de France

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ທ່ານນາງ Valerie Pecresse ຈະມີສຽງເວົ້າປະກອບສ່ວນຍູ້ໄວການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຕ້ອນຮັບປະທານເຂດ Ile de France - ảnh 1 ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ

ຕ້ອນຮັບປະທານເຂດ Ile de France

(ພາບ: VGP)

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Valerie Pecresse, ປະທານສະພາເຂດ Ile de France, ເນື່ອງໃນໂອກາດທ່ານນາງນຳໜ້າຄະນະຜູ້ແທນມາຢ້ຽມຢາມ ແລະ ເຂົ້າຮ່ວມລາຍການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືລະຫວ່າງນະຄອນຮ່າໂນ້ຍ ແລະ ເຂດ Ile de France. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ທ່ານນາງ Valerie Pecresse ຈະມີສຽງເວົ້າປະກອບສ່ວນຍູ້ໄວການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ເຊິ່ງຫາກໍ່ລົງນາມເມື່ອທ້າຍເດືອນ ມິຖຸນາ 2019 ຢູ່ລັດຖະສະພາເອີລົບ ກໍຄືລັດຖະສະພາຝລັ່ງ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງ 2 ຝ່າຍ. ສ່ວນທ່ານນາງ Valerie Pecresse ຢືນຢັນວ່າ, ການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ເຂດ Ile de France ແມ່ນແບບຢ່າງໃຫ້ແກ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານທາງການທູດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ