ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຕ້ອນຮັບເຈົ້າຄອງນະຄອນສົງຊິ່ງ, ປະເທດຈີນ

(VOVWORLD) -ວັນທີ 31 ສິງຫາ, ທີ່ການຕ້ອນຮັບທ່ານ ທາງລຽງຈື, ເຈົ້າຄອງນະຄອນສົງຊິ່ງ, ປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຕ້ອນຮັບເຈົ້າຄອງນະຄອນສົງຊິ່ງ, ປະເທດຈີນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ

ຕ້ອນຮັບເຈົ້າຄອງນະຄອນສົງຊິ່ງ, ປະເທດຈີນ

(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທ້ອງຖິ່ນຕ່າງໆຂອງຈີນ, ໃນນັ້ນມີນະຄອນ ສົງຊິ່ງ; ສະເໜີໃຫ້ນະຄອນ ສົງຊິ່ງ ເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ, ສັງຄົມກັບບັນດາທ້ອງຖິ່ນຂອງຫວຽດນາມ, ໜູນຊ່ວຍຫວຽດນາມ ປັບປຸງ, ຍົກລະບົບພື້ນຖານໂຄງລ່າງຢູ່ເຂດຊາຍແດນ ເພື່ອສ້າງຄວາມຄົບຊຸດ, ເພີ່ມທະວີdkoນຳເຂົ້າບັນດາສິນຄ້າທີ່ມີທ່າແຮງຂອງຫວຽດນາມ, ປະກອບສ່ວນຕັ້ງໜ້າເພື່ອຊຸກຍູ້ດ້ານການຄ້າ 2 ຝ່າຍຫວຽດນາມ - ຈີນ ໃຫ້ພັດທະນາຢ່າງສະໝ່ຳສະເໝີ ແລະ ໝັ້ນຄົງ. ສ່ວນທ່ານ ທາງລຽງຈື, ເຈົ້າຄອງນະຄອນ ສົງຊິ່ງ ຢືນຢັນວ່າ, ນະຄອນ ສົງຊິ່ງ ພ້ອມແລ້ວທີ່ຈະເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ຊູກຍູ້ການລົງທຶນ, ການຄ້າ… ກັບຫວຽດນາມ ເພື່ອນຳການຮ່ວມມືຂອງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ