ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມໂອ້ລົມເຈລະຈາກັບລັດຖະມົນຕີການຕ່າງປະເທດ ອາເມລິກາ

(VOVWORLD) - ທ່ານ ຟ້າມບີ່ງມິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຫວັງວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນ.
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມໂອ້ລົມເຈລະຈາກັບລັດຖະມົນຕີການຕ່າງປະເທດ ອາເມລິກາ - ảnh 1 ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Mike Pompeo, ລັດຖະມົນຕີການຕ່າງປະເທດ ອາເມລິກາ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທ່ານ Mike Pompeo, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 – 9 ກໍລະກົດ 2018. ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ໂອ້ລົມເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Mike Pompeo. ທ່ານ ຟ້າມບີ່ງມິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຫວັງວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນ. ທ່ານ ຟ້າມບີ່ງມິງ ຕີລາຄາສູງ ບັນດາຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງການຊຸກຍູ້ວິວັດການສັນຕິພາບ ແລະ ການປອດນິວເຄຼຍຫວ່າງແລ້ວນີ້ໃນແຫຼມ ເກົາຫຼີ; ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນທຸກໆຄວາມມານະພະຍາຍາມມີລັກສະນະສ້າງສັນ, ຮັບຮອງເອົາການໂອ້ລົມສົນທະນາເພື່ອມຸ່ງໄປເຖິງເປົ້າໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ຈະສືບຕໍ່ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນວິວັດການນີ້.

        ທ່ານ ລັດຖະມົນຕີການຕ່າງປະເທດ Mike Pompeo ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບ ຫວຽດນາມ. ທ່ານລັດຖະມົນຕີ Mike Pompeo ຫວັງວ່າ ປະເທດ ຫວຽດນາມ ຈະເຂັ້ມແຂງ, ມີຄວາມເປັນເອກະລາດ, ວັດທະນາຖາວອນ, ສວມບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        2 ຝ່າຍເຫັນດີເປັນເອກະພາບຈະສືບຕໍ່ບຸລິມະສິດຊຸກຍູ້ການແລກປ່ຽນຄະນະ ແລະ ພົບປະຂັ້ນສູງ, ສືບຕໍ່ຖືການຮ່ວມມືດ້ານການຄ້າ ແລະ ລົງທຶນແມ່ນກຳລັງໜູນຂອງການພົວພັນ ຫວຽດນາມ - ອາເມລິກາ; ຜັນຂະຫຍາຍຕັ້ງໜ້າບັນດາຂໍ້ຕົກລົງໃນການພົວພັນດ້ານປ້ອງກັນປະເທດລະຫວ່າງ 2 ປະເທດ; ເພີ່ມທະວີການພົວພັນດ້ານການສຶກສາ - ບຳລຸງສ້າງ, ການພົວພັນແລກປ່ຽນປະຊາຊົນ…

        ຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ