ຮອງນາຍົກລັດຖະມົນຕີ,ລັດຖະມົນຕີຟ້າມບີ່ງມີງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ -ຫຼານກາງ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີຟ້າມບີ່ງມີງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ -ຫຼານກາງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ບີ່ງ​ມີງ ທີ່ກອງ​ປະ​ຊຸມ

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Prak Sokhonn, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ, ທ່ານ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮ່ວມ​ມື​ແມ່​ຂອງ - ຫຼານ​ກາງ (MLC) ຄັ້ງ​ທີ 2 ແຕ່​ວັນ​ທີ 22 – 23/12 ຢູ່ ຊຽມ​ຣຽບ, ປະ​ເທດ ກຳ​ປູ​ເຈຍ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ 6 ປະ​ເທດມີ​ແມ່​ນ້ຳ​ຂອງ - ຫຼານ​ກາງ ລວມ​ມີ: ຈີນ, ມຽນ​ມາ, ລາວ, ກຳ​ປູ​ເຈຍ, ໄທ ແລະ ຫວຽດ​ນາມ. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງກອງ​ປະ​ຊຸ​ມ ແມ່​ຂອງ - ຫຼານ​ກາງ ຄັ້ງ​ທີ 1 (ຈັດ​ຕັ້ງ​ໃນ​ເດືອນ 3/2016 ຢູ່ ໄຫ​ໜາມ, ປະ​ເທດ ຈີນ) ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ແມ່​ຂອງ - ຫຼານ​ກາງຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ ແລະ ນ້ຳ​ໃຊ້​ແຫຼ່ງ​ນ້ຳໃນ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ, ມີ​ຄວາມ​ດຸ່ນ​ດຽງ ແລະ ປອງດອງ​ລະ​ຫວ່າງ​ຜົນ​ປະ​ໂຫຍດ, ບັນ​ດາ​ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ແຄມ​ແມ່​ນ້ຳ​ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ.

        ສິ້ນ​ສຸດກອງ​ປະ​ຊຸມ, ບັ​ນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮອງ​ເອົາ​​ແຈ້ງ​ການ​​ສື່​ມວນ​ຊົນ​ຂອງກອງ​ປະ​ຊຸມ. ບັນ​ດາ​ລັດ​ຖະ​ມົນ​ຕີກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮ່ວມ​ມື​ແມ່​ຂອງ - ຫຼານ​ກາງ ຄັ້ງ​ທີ 3 ຢູ່ ຈີນ ໃນ​ປີ 2017.


ຂ່າວ/ບົດ​ອື່ນ