ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດອາເມລິກາ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດອາເມລິກາ - ảnh 1
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດຟ້າມບິ່ງມິງຕ້ອນຮັບເອກອັກຄະ
ລັດຖະທູດອາເມລິກາ
(ພາບ: VGP/Hải Minh)

(vovworld) –  ​​ທີ່​ການ​ຕ້ອນ​ຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 26/2, ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາ​ມ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ​້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Ted Osius. ທີ່​ການ​ຕ້ອ​ນ​ຮັບ, 2 ຝ່າຍ​ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຄວາມ​ຄືບ​ໜ້າຫຼາຍ​ດ້ານ​ໃນ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກ​ະ​ຕິ, ໃນ​ນັ້ນ​ມີ​ການ​ຢ້ຽມ​ຢາມ​ຂັ້ນ​ສ​ູງ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ສົມ​ທົບ​ເພື່ອ​ແນ​ໃສ່​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ຕາມ​ວິ​ວັດ​ທະ​ນາ​ການ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ ຟ້າມ​ບິ່ງ​ມິງ ໄດ້​ຊົມ​ເຊີຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ຢູ່ ຫວຽດ​ນາມ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອາ​ເມ​ລິ​ກາ, ພ້ອມ​ທັງ​ສະ​ເໜີ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງ​ກ່​ວາ​ອີກ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ຢັ້ງ​ຢືນ​ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທ​ດ​ຈິງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ