ຮອງນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ ຢ້ຽມຢາມແຂວງ ກຽນຢາງ

ຮອງນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ ຢ້ຽມຢາມແຂວງ ກຽນຢາງ - ảnh 1
ໜຶ່ງໃນບັນດາການການເຄື່ອນໄຫວຂອງ​
ທ່ານ​ນາງ Man Sam Om ຢູ່ແຂວງກຽນຢາງ
( ພາບ: kiengiang.gov.vn )


(vovworld) -     ວັນ​ທີ 5/8, ຄະນະ​ຜູ້​ແທນລາຊະ​ອານາຈັກ​ກຳປູ​ເຈຍ ​ໂດຍ​ທ່ານ​ນາງ Man Sam Om, ຮອງ​ນາຍົກລັດຖະມົນຕີຜູ້ປະຈຳ​ການລາຊະ​ອານາຈັກ​ກຳ​ປູເຈຍ, ປະທານ​ສະມາຄົມ​ມິດຕະພາບ​ກຳ​ປູ​ເຈຍ - ຫວຽດນາມ ​ເປັນຫົວໜ້າ​ຄະນະໄດ້​ໄປ​ຢ້ຽມຢາມ​ແຂວງ​ກຽນ​ຢາງ ​ແລະ ​ເຂົ້າ​ຮວ່ມພິທີ​ອັດ​ງານ​ພົບ​ປະ​ມິດຕະພາບ ​ແລະ ຮ່ວມ​ມື​ປະຊາຊົນ​ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 3. ພາຍຫຼັງ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​, ອຸດົມສົມ​ບຸນມາ​ເປັນ​ເວລາ 1 ອາທິດ ຢູ່​ແຂວງ​ດົງ​ນາຍ ​ແລະ ກຽນ​ຢາງ, ງານ​ພົບ​ປະ​ມິດຕະພາບ ​ແລະ ຮ່ວມ​ມື​ປະຊາຊົນ​ຫວຽດ​ນາມ - ກຳ​ປູ​ເຈຍ ຄັ້ງ​ທີ່ 3 ​ໄດ້ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ມີ​ການ​ພົບ​ປະ​ ​ແລະ ພ້ອມ​ກັນ​ແລກປ່ຽນ​ບັນດາ​ບົດຮຽນ​ທີ່​ດີ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ, ຢູ່​ຫົວ​ໜ່ວຍ​ຂອງ​ຕົນ; ພ້ອມ​ກັນ​ນັ້ນ, ກໍ​ສະ​ເໜີມາດຕະການຕ່າງໆ ເພື່ອສືບຕໍ່ປັບປຸງ ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ຫວຽດນາມ - ກຳປູ​ເຈ​ຍ, ນຳ​ສາຍ​ພົວພັນ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໄດ້​​ໄປຖະຫວາຍ​ທູບ​ທຽນຄູບາ 4 ອົງ​ທີ່​​​ໄດ້ເສຍສະຫຼະ​ຊີວິດ​ໃນ​ການ​ຕໍ່​ສູ້​ຕ້ານ​ຈັກກະພັດອາ​​ເມ​ລິ​ກາ ຢູ່​ເມືອງ ​ເຈົາ​ແທ່ງ ​ແລະ ​ໄປ​ຢ້ຽມຢາມ​ບັນດາ​ນັກຮຽນ​ລາຊະ​ອານາຈັກ​ກຳປູ​ເຈຍ ທີ່​ພວມ​ຮໍ່າຮຽນ​ຢູ່​​ໂຮງຮຽນມັດທະຍົມ​ກິນນອນ​​ຊົນ​ເຜົ່າແຂວງ​ກຽນ​ຢາງ.
ຂ່າວ/ບົດ​ອື່ນ