ຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ຢ້ຽມຢາມ ສຳນັກພິມ ກອງທັບຫວຽດນາມ

ຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ຢ້ຽມຢາມ ສຳນັກພິມ ກອງທັບຫວຽດນາມ - ảnh 1
ທ່ານພົນຕີ Dao Duy Minh ມອບປຶ້ມໂດຍສຳນັກພິມກອງທັບ ປະຊາຊົນຫວຽດນາມຈຳໜ່າຍໃຫ້ແກ່ທ່ານ​ ສົມ​ສະຫວາດ​ເລັ່ງ​ສະຫວັດ​ເປັນ​ຂອງຂວັນ (ພາບ: bao QDND)


Vovworld- ​ໃນ​ຂອບ​ເຂດການຢ້ຽມຢາມຫວຽດນາມ, ວັນທີ 14/10, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ເລັ່ງ​ສະຫວັດໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສຳນັກພິມກອງທັບປະຊາຊົນຫວຽດນາມ ແລະ ເຂົ້າຮ່ວມພິທີ ສະເໜີຕໍ່ ຜູ້ອ່ານກ່ຽວກັບປຶ້ມທີ່ລະນຶກປີສາມັກຄີມິດຕະພາບຫວຽດນາມ-ລາວ 2012 ຄົບ​ຊຸດ. ກ່າວຄຳເຫັນນະທີ່ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ເລັ່ງ​ສະຫວັດ ເນັ້ນໜັກວ່າ ຫວຽດນາມ ແລະ ລາວແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຮ່ວມມື ຮອບດ້ານ ໂດຍປະທານ ໂຮ່ຈິມິນ ແລະ ປະທານໄກສອນພົມວີຫານ ພ້ອມກັບ ການນຳ ລຸ່ນຕ່າງໆ ຂອງ 2 ປະເທດໄດ້ເພີ່ມພູນຄຸນສ້າງຂຶ້ນ ແລະນັບມື້ ນັບເຂົ້າສູ່ລວງເລິກ. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ​ເລັ່ງ​ສະຫວັດ ເນັ້ນໜັ້ກວ່າ :

     “ ໃນໂລກນີ້, ບໍ່ມີສາຍພົວພັນໃດທີ່ຍາວນານ, ສະເໝີຕົ້ນສະເໝີປາຍ ແລະ ນັບມື້ນັບໝັ້ນຄົງຄືດັ່ງ ສາຍພົວພັນຫວຽດນາມ-ລາວ. ດັ່ງນັ້ນ, ຂ້າພະເຈົ້າ ຫວັງວ່າ ພວກສະຫາຍຈົ່ງມານະພະຍາຍາມຄົ້ນຄ້ວາ ບັນດາບົດປະພັນຂອງຄົນລຸ່ນກ່ອນປະໄວ້ໃຫ້ພວກເຮົາ, ເພື່ອໃຫ້ພວກເຮົາຊາບຊຶມ, ເຂົ້າໃຈຄວາມໝາຍ ຢ່າງເລິກເຊິ່ງ ກ່ຽວກັບສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ໃນ​ສະ​ຖານະ​ການ​ໂລກ​ທີ່​ມີ​ການ​ຜັນ​ແປ​ນັບ​ມື້​ນັບ​ສັບສົນ​ນັ້ນ, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, 2 ປະ​ເທດ​ພວກ​ເຮົາ, 2 ກອງທັບ​ພວກ​ເຮົາ​ຍິ່ງ​ຕ້ອງ​ຊາບ​ຊຶມ​ແນວ​ຄິດ​ປະຕິວັດ​ຂອງ 2 ປະ​ເທດ ​ເພື່ອສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ນັບ​ມື້​ນັບ​ຂຽວ​ສົດ​ງົດ​ງາມ, ໝັ້ນຄົງ​ຂະ​ແໜງ​ແກ່ນ​ຊົ່ວ​ກາລະ​ນານ ”

ຂ່າວ/ບົດ​ອື່ນ