ຮອງນາຍົກລັດຖະມົນຕີລາວ ເປັນປະທານການເຈລະຈາ ກັບຄະນະຜູ້ແທນຂັ້ນສູງແຂວງ ຮ່າຕິງ

ຮອງນາຍົກລັດຖະມົນຕີລາວ ເປັນປະທານການເຈລະຈາ ກັບຄະນະຜູ້ແທນຂັ້ນສູງແຂວງ ຮ່າຕິງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມການເຈລະຈາ

(vovworld) – ວັນ​ທີ 24/3, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ເປັນ​ປະທານ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ແຂວງ ຮ່າ​ຕິງ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ຮ່າຕິງ Vo Kim Cu ນຳ​ໜ້າ. ທ່ານ Vo Kim Cu  ​ໄດ້​ສະ​ເໜີ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວຄວນ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ຄົມມະນາຄົມ, ​ເຂດ​ເສດຖະກິດ​ດ່ານຊາຍ​ແດນ, ບັນດາ​ແຂວງທີ່​ມີ​​ເສັ້ນຊາຍ​ແດນ​ຮ່ວມ​ກັນ, ປະກອບສ່ວນ​ປະຕິບັດສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ບັນດາແຂວງ​ທີ່ມີ​​ເສັ້ນຊາຍ​ແດນ​ຮ່ວມ​ກັນ.

ທ່ານ​ຮອງ​ນາຍົກລັດຖະມົນຕີ  ສົມ​ສະຫວາດ ​ເລັ່ງສະຫວັດ ຕີ​ລາຄາ​ສູງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຂອງ​ແຂວງ ຮ່າ​ຕິງ ໃຫ້​​ແກ່ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ, ພ້ອມ​ທັງ​ຮັບ​ຮູ້​ວ່າບັນດາ​ຂໍ້​ສະ​ເໜີ​ຂອງ​ແຂ​ວງຮ່າ​ຕິງ ຈະ​ແມ່ນ​ພື້ນຖານ​ໃຫ້ ອະນຸ​ກຳມະການຮ່ວມ​ມື​ລັດຖະບານ 2 ປະ​ເທດ​ຄົ້ນ​ຄ້ວາ​ຊຸກຍູ້​ການ​ຮ່ວມ​ມື. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ​ໄດ້ມອບ​ໜ້າ​ທີ່​ໃຫ້ອຳນາດ​ການ​ປົກຄອງ​ແຂວງ ຄຳ​ມ່ວນ ​ແລະ ບໍລິ​ຄຳ​ໄຊ ພ້ອມ​ກັບ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຮ່ວມ​ມື​ກັບ​ແຂວງ ຮ່າ​ຕິງ ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ປະກອບສ່ວນ​​ເຂົ້າ​ໃນ​ການສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລາວ - ຫວຽດນາມ 2012 ​ແລະ ບັນດາ​ງານ​ບຸນ​ໃຫຍ່​ຂອງ 2 ປະ​ເທດ ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ