ຮອງນາຍົກລັດຖະມົນຕີລາວ ແລະ ເລຂາຄະນະພັກ, ເຈົ້າຄອງກຳແພງ ນະຄອນວຽງຈັນຢ້ຽມຢາມຫວຽດນາມ

ຮອງນາຍົກລັດຖະມົນຕີລາວ ແລະ ເລຂາຄະນະພັກ, ເຈົ້າຄອງກຳແພງ ນະຄອນວຽງຈັນຢ້ຽມຢາມຫວຽດນາມ - ảnh 1
ທີ່ການຕ້ອນຮັບ
( ພາບ: vietnamplus.vn )


(vovworld) –     ວັນ​ທີ 16/7, ທ່ານ​ Le Thanh Hai, ກຳມະການ​ກົມ​ການ​ເມືອງ, ​ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ ​ທັງ​​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ​ແລະ ​ທ່ານ ສຸ​ກັນ ມະຫາລາດ ເລຂາທິການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ​ເນື່ອງ​ໃນ​ໂອກາດ​​ທີ່​ຄະນະເດີນທາງ​ມາ​ຢ້ຽມຢາມ​ນະຄອນ​​ໂຮ່ຈິ​ມີນ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫີຼມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Le Thanh Hai ​ໄດ້​ເນັ້ນ​ໜັກ​ວ່າ,​ ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ພັກ, ລັດ ລາວ ​ໂດຍ​ທ່ານຮອງນາ​ຍົກ​ລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ນຳ​ໜ້າ, ພ້​ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ຈຳ​ປະ​ສັກ, ​ແມ່ນ​ການພິສູດໃຫ້​​ເຫັນສາຍ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​​ສະໜິດ​ຕິດ​ພັນ, ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສ​ອງພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ. ​ແລະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Le Hoang Quan, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຈຳ​ປະ​ສັກ ​​ໂດຍ​ທ່ານ ສອນ​ໄຊ ສີ​ພັນ​ດອນ, ​ເລຂາຄະນະພັກ​ແຂວງ, ​ເຈົ້າ​ແຂວງ ​ແຂວງ​ຈຳ​ປະ​ສັກ​ນຳ​ໜ້າ.

ຂ່າວ/ບົດ​ອື່ນ