ຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດຢ້ຽມຢາມຫວຽດນາມ

ຮອງນາຍົກລັດຖະມົນຕີລາວສົມສະຫວາດເລັ່ງສະຫວັດຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາ​ດ ​ເລັ່ງສະຫວັດ ແລະ ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ: Dương Giang/TTXVN)


(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ (ປະທານ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາ​ດ ​ເລັ່ງສະຫວັດ (ປະທານ​ອະນຸ​ກຳມະການ​ຮ່ວມ​ມື ລາວ - ຫວຽດນາມ) ​ໄດ້​ມາຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 7 – 10/1/2014.

        ວັນ​ທີ 9/1, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາ​ດ ​ເລັ່ງສະຫວັດ ​ເຂົ້າ​ຢ້ຽມ​ຄຳນັບ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ.

        ທີ່​ການ​ຕ້ອນຮັບ​ຄັ້ງ​ຕ່າງໆ, ການ​ນຳ​ຂັ້ນ​ສູງ ລັດ ​ແລະ ລັດຖະບານ ຫວຽດນາມ ສະ​ແດງຄວາມ​ພາ​ກພູມ​ໃຈ​​ໂດຍ​ເຫັນ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ ​ແລະ ກ້າວ​ເຂົ້າ​ສູ່​ລວງ​​ເລ​ິກ​ໃນ​ທຸກໆ​ຂົງ​ເຂດ. ບັນດາ​ການ​ນຳ ຫວຽດນາມ ຢັ້ງຢືນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ລາວ ຊຸກຍູ້​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື ຫວຽດນາມ - ລາວ ຢູ່ ​ແຂວງ ຫຼວງ​ພະ​ບາງ ​ແລະ ​ແຂວງ​ຊຽງຂວາງ ຮອດປີ 2020 ຢ່າງ​ມີ​ປະສິດທິ​ຜົນ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ຈະ​ຊີ້​ນຳ​​ບັນດາ​ກະຊວງ, ຂະ​ແໜງ​ການ​ຢ່າງ​ລະອຽດເພື່ອ​ຜັນ​ຂະຫຍາຍການ​ປະຕິບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ບາດກ້າວ​ບຸກທະລຸ​​ໃໝ່​ໃນ​ການ​ຮ່ວມ​ມືດ້ານເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ ​ແລະ ການ​ສຶກສາ​ບຳລຸງ​ສ້າງ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ​ລັດຖະບານ ລາວ ຜັນ​ຂະຫຍາຍ​​ແຜນ​ຮ່າງ, ພັດທະນາ​ການ​ຄ້າ 2 ປະ​ເທດ ​ໄລຍະ 2008 – 2015 ຢ່າງປະສິດທິ​ຜົນ, ພ້ອມ​ທັງ​ປາດ​ຖະໜາ​ວ່າລັດຖະບານ​ລາວ ສົມທົບ​ກັນ​ຊອກ​ຫາ​​ແຫຼ່ງທຶນ​ເພື່ອ​ຜັນ​ຂະຫຍາຍ​ການ​ເຊື່ອມ​ຕໍ່​ທາງຄົມມະນາຄົມ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ