ຮອງນາຍົກລັດຖະມົນຕີວູດຶກດາມເຮັດວຽກຢູ່ແຂວງກວາງຈິ້

(VOVWORLD) -ວັນທີ 26 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງຈິ້

ຮອງນາຍົກລັດຖະມົນຕີວູດຶກດາມເຮັດວຽກຢູ່ແຂວງກວາງຈິ້ - ảnh 1 ທ່ານຮອງນາຍົກລັດຖະມົນຕີວູດຶກດາມເຮັດວຽກຢູ່ແຂວງກວາງຈິ້

(ພາບ: baogiaothong.vn)

ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຂວງ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ສະເໜີບັນດາກະຊວງ, ຂະແໜງການ ແນະນຳໃຫ້ທ້ອງຖິ່ນສ້າງສຳເນົາເອກະສານນຳເຂດທ່ອງທ່ຽວທະເລ ເກືອຕຸ່ງ - ເກືອຫວຽດ - ເກາະ ກົ່ນກໍ ເຂົ້າໃນແຜນຜັງເພື່ອພັດທະນາ; ພ້ອມທັງສະໜັບສະໜູນເລື່ອງນຳເຂດປູຊະນີຍະສະຖານອຸມົງ ວິ້ງໂມກ ແລະ ລະບົບໝູ່ບ້ານໃຕ້ດິນ ວິ້ງລິງ ເຂົ້າໃນຮ່າງບັນຊີລາຍຊື່ສະເໜີໃຫ້ສ້າງສຳເນົາເອກະສານມໍລະດົກໂລກ, ເລືອກເອົາວັນທີ 27 ມັງກອນ ຂອງແຕ່ລະປີ ຈັດຕັ້ງ “ວັນສັນຕິພາບ” ຂອງຫວຽດນາມ ຢູ່ແຂວງກວາງຈິ້; ເປັນເອກະພາບສ້າງແຜນຮ່າງກໍ່ສ້າງສວນສາທາລະນະເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ