ຮອງນາຍົກລັດຖະມົນຕີວູ້ວັນນິງຕັດແຖບຜ້າໄຂງານບຸນ ຄົ້ນຫາຫວຽດນາມປີ 2015 ຢູ່ອັງກິດ

  ຮອງນາຍົກລັດຖະມົນຕີວູ້ວັນນິງຕັດແຖບຜ້າໄຂງານບຸນ ຄົ້ນຫາຫວຽດນາມປີ 2015 ຢູ່ອັງກິດ - ảnh 1
ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ​ນາມ ວູ້​ວັນ​ນິງ ໄດ້​ເຂົ້າຮ່ວມ ແລະ ຕັດ​ແ​ຖບ​ຜ້າໄຂ​ງານ​ບຸນ ຄົ້ນຫາ​ຫວຽດ​ນາມ​ປີ 2015 ຊຶ່ງ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ອັງກິດ


(vovworld)- ໃນ​ຂອບ​ເຂດ​ການ​ເຄ​ື່ອນ​ໄຫວ​ຢ້ຽມ​ຢາມ​ອັງ​ກິດແຕ່​ວັນ​ທີ 10 – 13/9/2015, ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ​ນາມ ວູ້​ວັນ​ນິງ ໄດ້​ເຂົ້າຮ່ວມ ແລະ ຕັດ​ແ​ຖບ​ຜ້າໄຂ​ງານ​ບຸນ ຄົ້ນຫາ​ຫວຽດ​ນາມ​ປີ 2015 ຊຶ່ງ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ອັງກິດ. ງານ​ບຸນ ຄົ້ນຫາ​ຫວຽດ​ນາມ​ປີ 2015 ຊຶ່ງ​ຖືກ​ຈັດ​ຂຶ້ນຢູ່​ແຄມ​ແມ່​ນ້ຳ ທາ​ແມດ ທີ່​ໜ້າ​ຈັບ​ໃຈ ຊຶ່ງ​ລວມ​ມີ​ບັນ​ດາ​ການ​ເຄື່​ອນ​ໄຫວ​ຈັດ​ງານ​ວາງ​ສະ​ແດງ, ສະ​ແດງ​ສິ​ລະ​ປະ, ອາ​ຫານ​ການ​ກິນ…ເພື່ອ​ແນ​ໃສ່​ແນ​ະ​ນຳ​ກັບ​ມວນ​ຊົນ​ກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຊາດ​ຫວຽດ​ນາມ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດຫຼາຍ​ທີ່​ແຫ່ງ​ທີ່​ສວຍ​ງາມ, ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ສີ​ສັນຫຼາກຫຼາຍ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ.
ຂ່າວ/ບົດ​ອື່ນ